ທາງ​ລົດ​ໄຟ​ລາວ-ຈີນ​ຈະ​ນຳ​ພາ​ປະ​ຊາ​ຊົນ​ສອ​ງ​ຊາ​ດ​ລາວ-ຈີນ​ໄປ​ສູ່​ອະ​ນາ​ຄົດ​ທີ່​ສົດ​ໃສກວ່າ​ເກົ່າ

CRI, July 30, 2021
Size:

ໃນໄລຍະມໍ່ໆມານີ້, ການກໍ່ສ້າງທາງລົດໄຟລາວ-ຈີນໄດ້ມີຂ່າວດີເລື້ອຍໆ.

ເດືອນພຶດສະພາປີນີ້, ສະຖານີລົດໄຟກາສີຕາມທາງລົດໄຟລາວ-ຈີນໄດ້ສຳເລັດການຕົບແຕ່ງພາຍນອກກ່ອນໝູ່ຢູ່ຕາມທາງລົດໄຟຕອນບໍ່ເຕັນຫານະຄອນຫຼວງວຽງຈັນ. ວັນທີ 24 ມິຖຸນາເດືອນແລ້ວນີ້, ຈີນ ແລະ ລາວໄດ້ສ້າງຕັ້ງສູນການເຊື່ອມຈອດທາງລົດໄຟແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ “ໜຶ່ງແລວໜຶ່ງເສັ້ນທາງ”. ວັນທີ 23 ກໍລະກົດນີ້, ສະຖານີລົດໄຟໂພນໂຮງຕາມທາງລົດໄຟລາວ-ຈີນໄດ້ສຳເລັດການຕົບແຕ່ງພາຍໃນແລະພາຍນອກກ່ອນໝູ່ໃນ 10 ສະຖານີລົດໄຟຕອນຢູ່ພາຍໃນປະເທດລາວ. ວັນທີ 24 ກໍລະກົດນີ້, ສະຖານີຈ່າຍໄຟຟ້າແຫ່ງທຳອິດໃນໂຄງການສະໜອງໄຟຟ້າໃຫ້ກັບທາງລົດໄຟລາວ-ຈີນຕອນໃນປະເທດລາວໄດ້ສຳເລັດການທົດລອງສົ່ງໄຟຟ້າແລ້ວ ເຊິ່ງຈະເປັນການຮັບປະກັນດ້ານພະລັງງານໄຟຟ້າໃຫ້ແກ່ການແລ່ນລົດໄຟລາວ-ຈີນ.

ວັນທີ 24 ກໍລະກົດນີ້, ທ່ານສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງແຜນການແລະການລົງທຶນ ແຫ່ງ ສປປ ລາວໄດ້ນຳພາຄະນະລົງສຳຫຼວດກວດເບິ່ງສະຖານີລົດໄຟກາສີ ແລະ ສະຖານທີ່ກໍ່ສ້າງສະຖານີລົດໄຟວັງວຽງ. ໃນໂອກາດນີ້, ທ່ານກ່າວວ່າ: ລັດຖະບານລາວຈະພະຍາຍາມສຸດຂີດ ເພື່ອໃຫ້ການສະໜັບສະໜູນ ແລະ ການຊ່ວຍເຫຼືອແກ່ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ເພື່ອຮັບປະກັນໃຫ້ໂຄງການທີ່ຍັງຢູ່ໃນໄລຍະກໍ່ສ້າງນັ້ນສາມາດດຳເນີນໄປຢ່າງມີປະສິດທິພາບສູງ.

ນັບແຕ່ເລີ່ມລົງມືກໍ່ສ້າງທາງລົດໄຟລາວ-ຈີນໃນປີ 2016 ເປັນຕົ້ນມາ, ປະຊາຊົນສອງຊາດລາວ ແລະ ຈີນໄດ້ຄອງຄອຍໃຫ້ທາງລົດໄຟລາວ-ຈີນສ້າງສຳເລັດ ແລະ ເປີດບໍລິການໂດຍໄວ. ຜູ້ຂຽນເອງກໍຄອງຄອຍແລະຄິດວ່າ: ພາຍຫຼັງທາງລົດໄຟລາວ-ຈີນສ້າງສຳເລັດແລ້ວ, ຈະຂີ່ລົດໄຟຈາກຈີນໄປນະຄອນຫຼວງວຽງຈັນໄດ້ຢ່າງສະດວກສະບາຍ, ຊົມທິວທັດທຳມະຊາດທີ່ສວຍງາມ ແລະ ຮີດຄອງປະເພນີອັນດີງາມຂອງປະເທດລາວ. ປັດຈຸບັນ, ຄຽງຄູ່ກັບການກໍ່ສ້າງໂຄງການຕ່າງໆຕາມທາງລົດໄຟລາວ-ຈີນໄດ້ກ້າວເຂົ້າສູ່ໄລຍະສຸດທ້າຍຂອງການກໍ່ສ້າງ, ກໍຍິ່ງມີຄວາມຕື່ນເຕັ້ນ ແລະ ຢາກໃຫ້ສ້າງສຳເລັດໂດຍໄວ.

ທາງລົດໄຟລາວ-ຈີນໄດ້ບັນຈຸຄວາມໃຝ່ຝັນທີ່ດີງາມຂອງສອງຊາດໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ເຊິ່ງຈະສ້າງຄວາມຜາສຸກໃຫ້ແກ່ປະຊາຊົນຢູ່ລຽບຕາມທາງລົດໄຟ ແລະ ມີຄວາມໝາຍສຳຄັນຕໍ່ການພັດທະນາເສດຖະກິດແລະອຸດສາຫະກຳຂອງພາກພື້ນ ເຊິ່ງຈະເສີມຂະຫຍາຍບົດບາດອັນຕັ້ງໜ້າໃນການຊຸກຍູ້ການແລກປ່ຽນດ້ານເສດຖະກິດແລະວັດທະນະທຳລະຫວ່າງຈີນກັບບັນດາປະເທດອາຊີຕາເວັນອອກສຽງໃຕ້. ໃນຫຼາຍມື້ກ່ອນ, ສະມາຄົມໝາກຖົ່ວລຽນໄທໄດ້ສະເໜີຕໍ່ພາກສ່ວນທີ່ກ່ຽວຂ້ອງຂອງໄທວ່າ: ຈະນຳໃຊ້ທາງລົດໄຟລາວ-ຈີນເປີດບໍລິການແລ້ວ, ຈະນຳໃຊ້ເສັ້ນທາງສາຍນີ້ຂົນສົ່ງໝາກຖົ່ວລຽນໄທເຂົ້າຈີນເປັນການສະເພາະ ເພື່ອແກ້ໄຂບັນຫາການສົ່ງອອກໝາກຖົ່ວລຽນໄທສູ່ປະເທດຈີນ ທີ່ຖືວ່າເປັນຕະຫຼາດໝາກຖົ່ວລຽນທີ່ໃຫຍ່ທີ່ສຸດ. ສະນັ້ນ, ທາງລົດໄຟລາວ-ຈີນຈິ່ງມີຄວາມໝາຍສຳຄັນຕໍ່ບັນດາປະເທດອາຊີຕາເວັນອອກສຽງໃຕ້ທີ່ສຸດ.

ທາງລົດໄຟລາວ-ຈີນຈະເປີດນຳໃຊ້ແລ້ວໃນໄວໆນີ້, ຂ້າພະເຈົ້າກຽມພ້ອມທຸກເວລາທີ່ຈະໄປຂີ່ລົດໄຟສາຍນີ້, ເພາະຄິດວ່າ: ເສັ້ນທາງນີ້ຈະນຳພາປະຊາຊົນສອງຊາດລາວ-ຈີນມຸ້ງໜ້າໄປສູ່ອະນາຄົດທີ່ສົດໃສກວ່າເກົ່າ, ທ່ານເດກຽມພ້ອມຈະໄປຂີ້ລົດໄຟລາວ-ຈີນ ເຊິ່ງແມ່ນທາງລົດໄຟສາຍມິດຕະພາບແລ້ວບໍ?