ກຳ​ປູ​ເຈຍ​ເດັດ​ດ່ຽວ​ຄັດ​ຄ້ານ​​ການ​ຫັນ​ບັນ​ຫາການ​ຄົ້ນ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ເປັນ​ບັນ​ຫາ​ການ​ເມືອງ

CRI, July 30, 2021
Size:

ຫວ່າງມໍ່ໆມານີ້, ທ່ານຊີ ມູນີຣີດ ປະທານສະມາຄົມສົ່ງເສີມການພົວພັນກຳປູເຈຍ-ຈີນຂອງກຳປູເຈຍໄດ້ໃຫ້ສຳພາດຕໍ່ນັກຂ່າວວ່າ: ການຄົ້ນຫາແຫຼ່ງກຳເນີດຂອງເຊື້ອພະຍາດແມ່ນບັນຫາວິທະຍາສາດທີ່ຂ້ຽວຂາດທີ່ສຸດ, ຄວນຍຶດໝັ້ນໃນຫຼັກວິທະຍາສາດ, ວິຊາການ ແລະ ພາວະວິໄສຢ່າງສະເໝີຕົ້ນສະເໝີປາຍ, ເດັດດ່ຽວຄັດຄ້ານການຫັນບັນຫາການຄົ້ນຫາແຫຼ່ງກຳເນີດຂອງເຊື້ອພະຍາດເປັນບັນຫາການເມືອງ, ຄວນສະໜັບສະໜູນ ແລະ ເຮັດໃຫ້ວຽກງານຕ້ານກັບການແຜ່ລະບາດຂອງພະຍາດ ແລະ ການຄົ້ນຫາແຫຼ່ງກຳເນີດຂອງເຊື້ອພະຍາດເຄື່ອນໄຫວໄປຕາມທິດທາງທີ່ຖືກຕ້ອງ.

ໂດຍແນໃສ່ແນວຄວາມຄິດຂອງແຜນປະຕິບັດງານໃນການຄົ້ນຫາແຫຼ່ງກຳເນີດຂອງເຊື້ອພະຍາດໄລຍະ 2 ທີ່ກອງເລຂາອົງການອະນາໄມໂລກສະເໜີອອກມາ, ທ່ານຊີ ມູນີຣີດກ່າວວ່າ: “ແຜນດັ່ງກ່າວບໍ່ສອດຄ່ອງກັບຂໍ້ສະຫຼຸບ ແລະ ຂໍ້ສະເໜີທີ່ກ່ຽວຂ້ອງໃນບົດລາຍງານຜົນການຄົ້ນຄວ້າຮ່ວມໃນການຄົ້ນຫາແຫຼ່ງກຳເນີດຂອງເຊື້ອພະຍາດໂຄວິດ-19 ທີ່ຈີນແລະອົງການອະນາໄມໂລກເຮັດຮ່ວມກັນນັ້ນຢ່າງໜັກໜ່ວງ. ເປັນທີ່ຈະແຈ້ງແລ້ວວ່າ, ນີ້ແມ່ນວິທີລົບກວນໃນທາງການເມືອງວິທີໜຶ່ງ ເຊິ່ງບໍ່ສອດຄ່ອງກັບຫຼັກວິທະຍາສາດແລະການຮ່ວມມືກັນ.”