ທ່ານ ສອນ​ໄຊ ສີ​ພັນ​ດອນ ເດີນ​ທາງ​ໄປ​ສຳ​ຫຼວດກວດ​ເບິ່ງ​ການ​ກໍ່​ສ້າງ​ສະ​ຖາ​ນີ​ທາງ​ລົດ​ໄຟ​ລາວ-ຈີນ

CRI, July 29, 2021
Size:

ວັນທີ 24 ກໍລະກົດນີ້, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງແຜນການແລະການລົງທຶນຂອງລາວໄດ້ເດີນທາງໄປສຳຫຼວດກວດເບິ່ງສະຖານທີ່ກໍ່ສ້າງສະຖານີກາສີແລະສະຖານີວັງວຽງຂອງທາງລົດໄຟລາວ-ຈີນ, ນີ້ແມ່ນຄັ້ງທີສອງທີ່ການເດີນທາງໄປສຳຫຼວດກວດເບິ່ງທາງລົດໄຟລາວ-ຈີນພາຍຫຼັງທີ່ທ່ານໄດ້ເດີນທາງໄປສຳຫຼວດກວດເບິ່ງສະຖານີວຽງຈັນໃນວັນທີ 10 ມິຖຸນາຜ່ານມາ.

ຫຼັງຈາກທີ່ທ່ານຮອງນາຍົກລັດຖະມົນຕີສຳຫຼວດກວດເບິ່ງສະຖານທີ່ກໍ່ສ້າງສະຖານີສອງແຫ່ງດັ່ງກ່າວແລ້ວ, ທ່ານພ້ອມດ້ວຍຄະນະໄດ້ຮັບຟັງການລາຍງານສະພາບຄວາມຄືບໜ້າຂອງສະຖານີສອງແຫ່ງດັ່ງກ່າວໃນປັດຈຸບັນກໍຄືບັນຫາທີ່ຕ້ອງໄດ້ປະສານງານກັນເພື່ອແກ້ໄຂແລະບັນຫາອື່ນໆ. ນອກນີ້, ທ່ານ ສອນໄຊ ສີພັນດອນຍັງໄດ້ສອບຖາມສະພາບການເຂົ້າອອກສະຖານີຂອງລົດໄຟ,ບ່ອນຈອດລົດແລະສະພາບການກໍ່ສ້າງລົດໄຟຂົນສົ່ງສິນຄ້າແລະອື່ນໆຢ່າງລະອຽດ. ໃນໂອກາດນີ້ທ່ານໄດ້ໃຫ້ທິດຊີ້ນຳວ່າ: ປີນີ້ແມ່ນປີສ້າງຕັ້ງສາຍພົວພັນທາງການທູດລາວ-ຈີນຄົບຮອບ 60 ປີ, ທັງເປັນປີຈະເປີດບໍລິການການແລ່ນລົດໄຟຄວາມໄວສູງລາວ-ຈີນ, ລັດຖະບານລາວຈະສຸມຄວາມພະຍາຍາມຢ່າງສຸດຂີດເພື່ອໃຫ້ການສະໜັບສະໜູນແລະການຊ່ວຍເຫຼືອແກ່ການກໍ່ສ້າງທາງລົດໄຟລາວ-ຈີນ,ຮັບປະກັນໃຫ້ໂຄງການທາງລົດໄຟລາວ-ຈີນສ່ວນທີ່ເຫຼືອນັ້ນໄດ້ຮັບການຊຸກຍູ້ຢ່າງມີປະສິດທິພາບສູງ.