ເຈົ້າ​ໜ້າ​ທີ່​​ກິ​ລາ​ຂອງ​ລາວ​ຄອງ​ຄອຍ​ແລະ​ສະ​ໜັບ​ສະ​ໜູນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ປີ 2022

CRI, July 29, 2021
Size:

ຫວ່າງມໍ່ໆມານີ້, ທ່ານສິດທິໄຊ ສັກປະເສີດ ຮັກສາການປະທານສະຫະພັນແລ່ນແລະລານແຫ່ງຊາດລາວໄດ້ໃຫ້ສຳພາດຕໍ່ວິທະຍຸແຫ່ງຊາດລາວວ່າ: ຕົນຄອງຄອຍແລະສະໜັບສະໜູນງານກິລາໂອລິມປິກລະດູໜາວປັກກິ່ງປີ 2022.

ທ່ານສິດທິໄຊ ສັກປະເສີດກ່າວຕື່ມວ່າ: ຈີນບໍ່ໄດ້ດ້ອຍໄປກວ່າປະເທດທີ່ພັດທະນາແລ້ວ, ຈີນຍັງເກັ່ງກວ່າປະເທດທີ່ພັດທະນາແລ້ວໃນການຈັດງານກິລາສາກົນຂະໜາດໃຫຍ່. ຂ້າພະເຈົ້າເຄີຍນຳພານັກກິລາໄປຝຶກຊ້ອມແລະເຂົ້າຮ່ວມການແຂ່ງຂັນຢູ່ປະເທດຈີນ, ສະຖານທີ່ແຂ່ງຂັນທຸກບ່ອນຂອງຈີນມີອຸປະກອນຄົບຊຸດ ແລະ ມີເງື່ອນໄຂທີ່ດີທຸກດ້ານ ເຊິ່ງເຮັດໃຫ້ຂ້າພະເຈົ້າມີຄວາມຮູ້ສຶກປະທັບໃຈຢ່າງເລິກເຊິ່ງ. ຂ້າພະເຈົ້າຍັງຈື່ຈຳຄວາມອະລັງການຂອງງານກິລາໂອລິມປິກປັກກິ່ງປີ 2008. ພວກເຮົາເຊື່ອໝັ້ນວ່າ: ປະຊາຊົນຈີນຍ່ອມຈະສາມາດຜ່ານຜ່າຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ຈັດງານກິລາໂອລິມປິກລະດູໜາວຄັ້ງນີໄດ້ຢ່າງສຳເລັດຜົນຕາມເວລາກຳນົດ ພ້ອມທັງຈະສ້າງກະແສນິຍົມດ້ານກິລາຂອງອາຊີອີກຄັ້ງໜຶ່ງ. ປະເທດລາວສະໜັບສະໜູນ ແລະ ຄອງຄອຍງານກິລາໂອລິມປິກລະດູໜາວປັກກິ່ງປີ 2022 ເປັນຢ່າງຍິ່ງ.