ຄະ​ນະ​ກຳ​ມະ​ການ​ການ​ເລືອກ​ຕັ້ງ​ມຽນ​ມາ​ປະ​ກາດ​ຍົກ​ເລີກ​ຜົນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ໃນ​ປີ​ກາຍນີ້

CRI, July 28, 2021
Size:

      ວັນທີ 26 ກໍລະກົດນີ້, ຄະນະກຳມະການການເລືອກຕັ້ງສະຫະພັນມຽນມາທີ່ສ້າງຕັ້ງຂຶ້ນມາໃໝ່ໄດ້ອອກປະກາດແຈ້ງການໂດຍກ່າວວ່າ: ການເລືອກຕັ້ງທົ່ວໄປທີ່ຈັດຂຶ້ນໃນວັນທີ 8 ພະຈິກປີ 2020 ບໍ່ຖືກຕ້ອງຕາມກົດໝາຍແລະບໍ່ເປັນທຳ, ຈຶ່ງໄດ້ຍົກເລີກຜົນການເລືອກຕັ້ງຄັ້ງນັ້ນ. ແຈ້ງການລະບຸວ່າ: ຄະນະກຳມະການດັ່ງກ່າວໄດ້ກວດກາບັດເລືອກຕັ້ງໃນການເລືອກຕັ້ງທົ່ວໄປໃນປີກາຍນີ້,ແລ້ວໄດ້ພົບເຫັນກໍລະນີທີ່ບໍ່ຖືກຕ້ອງຕາມກົດໝາຍແລະບໍ່ເປັນທຳຫຼາຍຢ່າງ. 

      ເດືອນພະຈິກປີ 2020, ມຽນມາໄດ້ຈັດການເລືອກຕັ້ງທົ່ວໄປ, ພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕຫຼື(NLD)ຂອງມຽນມາໄດ້ສະມາຊິກສະພາຫຼາຍກວ່າເຄິ່ງໜຶ່ງ. ກອງທັບມຽນມາແລະ NLD ຈຶ່ງເກີດມີຄວາມຂັດແຍ້ງກັນກ່ຽວກັບຜົນການເລືອກຕັ້ງທົ່ວໄປ, ທາງກອງທັບເຫັນວ່າການເລືອກຕັ້ງທົ່ວໄປມີການສໍ້ໂກງ,ແລະໄດ້ຮຽກຮ້ອງໃຫ້ດຳເນີນການກວດກາຄືນໃໝ່,ພ້ອມທັງສະເໜີໃຫ້ເລື່ອນເວລາຈັດກອງປະຊຸມສະພາຊຸດໃໝ່. ແຕ່ຝ່າຍ NLD ໄດ້ປະຕິເສດ.

      ວັນທີ 1 ກຸມພາປີນີ້, ທ່ານ ວິນມິນ ປະທານາທິບໍດີມຽນມາ, ທ່ານນາງ ອອງຊານ ຊູຈີ ທີ່ປຶກສາແຫ່ງລັດມຽນມາກໍຄືເຈົ້າໜ້າທີ່ອາວຸໂສບາງທ່ານຂອງພັກ NLD ໄດ້ຖືກຝ່າຍທະຫານກັກຂັງ. ຫຼັງຈາກນັ້ນ, ກອງທັບມຽນມາໄດ້ປະກາດສະພາວະສຸກເສີນເປັນເວລາ 1 ປີ, ອຳນາດແຫ່ງຊາດຕົກຢູ່ໃນການບໍລິຫານຂອງທ່ານ ມິນ ອອງລາຍ ຫົວໜ້າບັນຊາການກອງທັບປ້ອງກັນປະເທດມຽນມາ.