ກະ​ຊວງ​ການ​ຕ່າງ​ປະ​ເທດ​ລາວ​ອອກ​ຖະ​ແຫຼງ​ການ ຄັດ​ຄ້ານການ​ຖື​ເອົາ​​ບັນ​ຫາ​ການ​ສຳ​ຫຼວດ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ຫັນ​ເປັນ​ບັນ​ຫາການ​ເມືອງ

CRI, July 28, 2021
Size:

ວັນທີ 22 ກໍລະກົດນີ້, ກະຊວງການຕ່າງປະເທດລາວໄດ້ອອກຖະແຫຼງການກ່ຽວກັບບັນຫາການສຳຫຼວດຫາແຫຼ່ງກຳເນີດຂອງເຊື້ອພະຍາດໂຄວິດ-19.

ໃນຖະແຫຼງການຂອງກະຊວງການຕ່າງປະເທດລາວໄດ້ລະບຸວ່າ: ການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງຮ້າຍແຮງທີ່ບໍ່ເຄີຍມີມາກ່ອນໄດ້ສ້າງຜົນກະທົບທີ່ບໍ່ສາມາດຄາດຄະເນໄດ້ໃຫ້ແກ່ການພັດທະນາເສດຖະກິດແລະຊີວິດການເປັນຢູ່ຂອງປະຊາຊົນຂອງບັນດາປະເທດໃນໂລກ, ບໍ່ມີປະເທດໃດໆສາມາດຢູ່ຢ່າງສະຫງົບດີພຽງເປັນປະເທດດຽວ. ປະຊາຄົມໂລກຄວນປຶກສາຫາລືແລະຮ່ວມມືກັນຢ່າງຈິງໃຈ, ຮ່ວມກັນຜ່ານຜ່າຄວາມຫຍຸ້ງຍາກ. ໂດຍສະເພາະພາຍໃຕ້ສະພາບການທີ່ເຊື້ອພະຍາດກາຍພັນທີ່ສາມາດຕິດແປດໄດ້ງ່າຍກວ່າເກົ່າ, ເຮັດໃຫ້ປະສິທິພາບຂອງວັກຊີນໂຄວິດ-19 ຫຼຸດລົງແລະພາໃຫ້ເກີດມີການແຜ່ລະບາດຮອບໃໝ່, ປະເທດຕ່າງໆຄວນສຸມກຳລັງຢ່າງສຸດຂີດເພື່ອຊຸກຍູ້ການຮ່ວມມືດ້ານການຄົ້ນຄວ້າແລະຜະລິດວັກຊີນ, ຫຼີກເວັ້ນບໍ່ໃຫ້ບັນຫາສຳຫຼວດຫາແຫຼ່ງກຳເນີດຂອງເຊື້ອພະຍາດໂຄວິດ-19 ຫັນເປັນບັນຫາການເມືອງ.

ການຮ່ວມມືສຳຫຼວດຫາແຫຼ່ງກຳເນີດຂອງເຊື້ອພະຍາດໂຄວິດ-19 ແມ່ນບັນຫາວິທະຍາສາດທີ່ສະຫຼັບຊັບຊ້ອນ, ຄວນຢືນຢູ່ຫຼັກການທີ່ພາວະວິໄສ, ໂປ່ງໃສ, ກວມລວມແລະຈິດໃຈຄົ້ນຄວ້າວິທະຍາສາດ. ຂໍພຽງແຕ່ສາມາດເພີ່ມທະວີການຮ່ວມມືຫຼາຍຝ່າຍ, ປະເທດຕ່າງໆໃນໂລກໂດຍສະເພາະແມ່ນປະເທດພວມພັດທະນາຈຶ່ງຈະສາມາດໄດ້ຮັບວັກຊີນແລະຢາປິ່ນປົວພະຍາດຢ່າງສະເໝີພາບກັນ, ປະເທດຕ່າງໆໃນໂລກຈຶ່ງສາມາດເອົາຊະນະການແຜ່ລະບາດຂອງພະຍາດໄດ້ໃນສຸດທ້າຍ. ສປປ ລາວສະໜັບສະໜູນແລະຍິນດີປະກອບສ່ວນເຂົ້າໃນຄວາມພະຍາຍາມດັ່ງກ່າວໃນທຸກເວລາ.