ການ​ລາດ​ຕະ​ເວນ​ແລະ​ປະ​ຕິ​ບັດ​ກົດ​ໝາຍ​ຮ່ວມ​ຕາມ​ລຳ​ແມ່​ນ້ຳ​ຂອງ​ລະ​ຫວ່າງ​ຈີນ, ລາວ, ມຽນ​ມາ ແລະ ໄທ​ຄັ້ງ​ທີ 107 ໄດ້​ສຳ​ເລັດ​ລົງ

CRI, July 27, 2021
Size:

ເວລາ 13 ໂມງເຄິ່ງຂອງວັນທີ 23 ກໍລະກົດນີ້, ການລາດຕະເວນແລະປະຕິບັດກົດໝາຍຮ່ວມຕາມລຳແມ່ນ້ຳຂອງລະຫວ່າງຈີນ, ລາວ, ມຽນມາ ແລະ ໄທຄັ້ງທີ 107 ໄດ້ສຳເລັດລົງຢ່າງຈົບງາມ.

ປັດຈຸບັນ, ເຂດລ້ອງແມ່ນ້ຳລ້ານຊ່າງ-ແມ່ນ້ຳຂອງມີການຝົນຕົກໜັກ. ໃນໄລຍະປະຕິບັດກົດໝາຍ, ຝົນຕົກໜັກເປັນເວລາ 3 ມື້ລຽນຕິດໄດ້ເຮັດໃຫ້ນ້ຳຂຶ້ນໃນທາງເດີນເຮືອຢ່າງວ່ອງໄວ, ເຄື່ອງຂອງຕ່າງໆຟູຢູ່ຕາມລຳແມ່ນ້ຳ, ເຄື່ອງໝາຍ ແລະ ຫີນດອນຈົມຢູ່ໃນນ້ຳໝົດ ເຊິ່ງໄດ້ສຳເອົາຄາວມຫຍຸ້ງຍາກຢ່າງຫຼວງຫຼາຍມາໃຫ້ແກ່ການເດີນເຮືອຂອງເຮືອລາດຕະເວນແລະປະຕິບັດກົດໝາຍຮ່ວມ. ເພື່ອປ້ອງກັນບໍ່ໃຫ້ເຮືອການຄ້າຕ່າງໆເກີດອຸບັດເຫດໃນການເດີນເຮືອ, ກອງລາດຕະເວນແລະປະຕິບັດກົດໝາຍຮ່ວມໄດ້ສົ່ງຂໍ້ມູນແຈ້ງເຕືອນຄວາມປອດໄພໃນການເດີນເຮືອໃຫ້ເຮືອການຄ້າຕ່າງໆຢ່າງຕໍ່ເນື່ອງ.

ພາຍຫຼັງການລາດຕະເວນແລະປະຕິບັດກົດໝາຍຮ່ວມຄັ້ງນີ້ສິ້ນສຸດລົງແລ້ວ, 3 ປະເທດ ຄື: ຈີນ, ລາວ ແລະ ມຽນມາຍັງຈະຕ່າງດຳເນີນການລາດຕະເວນຢູ່ແມ່ນ້ຳລ້ານຊ້າງຕອນຊາຍແດນຈີນ-ມຽນມາ, ບ້ານມອມ, ບ້ານຊຽງກົກ, ເຂດ 3 ຫຼ່ຽມຄຳ ແລະ ເຂດນ້ຳສຳຄັນອື່ນໆ ເພື່ອໂຈມຕີການລັກຂ້າມແດນ ແລະ ການຕ້ອງໂທດອື່ນໆຢ່າງເຂັ້ມງວດ.