ທ່ານ​ສີ​ຈິ້ນ​ຜິງ​ສົ່ງ​ສານ​ຊົມ​ເຊີຍ​ເຖິງ​ທ່ານ​ຫງວຽນ​ຊວນ​ຟຸກ ໃນໂອ​ກາດທີ່​ທ່ານ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທານ​ປະ​ເທດ​ຫວຽດ​ນາມອີກ​ສະ​ໄໝ​ໜຶ່ງ

CRI, July 27, 2021
Size:

ວັນທີ 26 ກໍລະກົດນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນ ໄດ້ສົ່ງສານຊົມເຊີຍເຖິງທ່ານຫງວຽນຊວນຟຸກ ໃນໂອກາດທີ່ທ່ານໄດ້ຮັບເລືອກຕັ້ງເປັນປະທານປະເທດຫວຽດນາມອີກສະໄໝໜຶ່ງ.

ໃນສານຂອງທ່ານສີຈິ້ນຜິງ ໄດ້ລະບຸວ່າ: ຈີນແລະຫວຽດນາມແມ່ນປະເທດສັງຄົມນິຍົມທີ່ເປັນບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນ, ມີສາຍພູແລະແມ່ນ້ຳລຳເຊຕິດຈອດກັນ, ສອງປະເທດມີມິດຕະພາບອັນເລິກເຊິ່ງທີ່ເປັນມູນເຊື້ອມາແຕ່ດົນນານ ແລະ ມີຜົນປະໂຫຍດຮ່ວມກັນຢ່າງກວ້າງຂວາງ. ຂ້າພະເຈົ້າໃຫ້ຄວາມສຳຄັນຢ່າງສູງຕໍ່ການພັດທະນາສາຍພົວພັນລະຫວ່າງສອງຝ່າຍ, ຍິນດີພະຍາຍາມຮ່ວມກັບບັນດາສະຫາຍຜູ້ນຳຫວຽດນາມ, ເພີ່ມທະວີການຊີ້ນຳນຳພາສາຍພົວພັນຍຸດທະສາດລະຫວ່າງສອງພັກ ແລະ ສອງລັດໃນຍຸກໃໝ່, ມຸ່ງໜ້າສູ່ເປົ້າໝາຍແຫ່ງການສ້າງຄູ່ຮ່ວມຊາຕາກຳຈີນ-ຫວຽດນາມທີ່ມີຄວາມໝາຍຍຸດທະສາດຢ່າງບໍ່ຢຸດຢັ້ງ.

ໃນມື້ດຽວກັນ, ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນ ກໍໄດ້ສົ່ງສານຊົມເຊີຍເຖິງທ່ານຟາມມິງຈິງ ໃນໂອກາດທີ່ທ່ານໄດ້ຮັບເລືອກຕັ້ງເປັນນາຍົກລັດຖະມົນຕີຫວຽດນາມອີກສະໄໝໜຶ່ງ ແລະກ່າວວ່າ: ຍິນດີພະຍາຍາມຮ່ວມກັບທ່ານນາຍົກລັດຖະມົນຕີຟາມມິງຈິງ ເພື່ອເສີມສ້າງຄວາມໄວ້ເນື້ອເຊື່ອໃຈກັນທາງດ້ານການເມືອງລະຫວ່າງສອງຝ່າຍ, ສ້າງພື້ນຖານອັນໜັກແໜ້ນດ້ານການຮ່ວມມືບົນຈິດໃຈມິດຕະພາບ, ເລັ່ງລັດການເຊື່ອມຕໍ່ຍຸດທະສາດການພັດທະນາລະຫວ່າງສອງຝ່າຍ, ຊຸກຍູ້ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ຊຸກຍູ້ໃຫ້ສາຍພົວພັນລະຫວ່າງຈີນ-ຫວຽດນາມພັດທະນາກ້າວໜ້າຢ່າງບໍ່ຢຸດຢັ້ງໃນຍຸກໃໝ່.