ພະ​ຍາດ​ໂຄວິດ-19 ແຜ່​ລະ​ບາດ​ຢູ່​ມຽນ​ມາ​ຢ່າງວ່ອງ​ໄວ ການ​ຢຸດ​ການ​ຮຽນ​ການ​ສອນ​​ຕ້ອງ​ແກ່​ຍາວ​ອອກ​ໄປ​ສອງ​ອາ​ທິດ

CRI, July 26, 2021
Size:

    ຕອນຄ່ຳວັນທີ 23 ກໍລະກົດນີ້, ກະຊວງສາທາລະນະສຸກ ແລະ ກິລາມຽນມາປະກາດວ່າ, ຍ້ອນວ່າໃນໄລຍະຜ່ານມາພະຍາດໂຄວິດ-19 ໄດ້ແຜ່ລະບາດຢູ່ມຽນມາຢ່າງວ່ອງໄວ, ສະນັ້ນ, ຕ້ອງແກ່ຍາວເວລາການຢຸດການຮຽນການສອນຂອງໂຮງຮຽນອອກໄປສອງອາທິດ, ຄື ແຕ່ວັນທີ 26 ກໍລະກົດ ຫາ ວັນທີ 8 ສິງຫາ.

    ກ່ອນໜ້ານີ້, ຄະນະກຳມະການຄຸ້ມຄອງແຫ່ງຊາດມຽນມາໄດ້ປະກາດໃນວັນທີ 8 ກໍລະກົດນີ້ວ່າ,ແຕ່ວັນທີ 9 ຫາວັນທີ 23 ກໍລະກົດ, ໂຮງຮຽນຕ່າງໆຈະຢຸດການຮຽນການສອນເປັນເວລາສອງອາທິດ. ໂຮງຮຽນທີ່ຢຸດການຮຽນການສອນລວມທັງໂຮງຮຽນພາກລັດ, ໂຮງຮຽນພາກເອກະຊົນ ແລະ ໂຮງຮຽນຂອງວັດຕ່າງໆ.

    ນອກນີ້, ຄະນະກຳມະການຄຸ້ມຄອງແຫ່ງຊາດມຽນມາຍັງປະກາດໃນວັນທີ 14 ກໍລະກົດນີ້ວ່າ, ທົ່ວປະເທດມຽນມາຈະພັກວຽກເປັນເວລາ 9 ວັນ ຄື:ແຕ່ວັນທີ 17 ຫາ ວັນທີ 25 ກໍລະກົດ.