ສະ​ຖາ​ນີ​ໂພນ​ໂຮງທາງ​ລົດ​ໄຟ​ຈີນ-ລາ​ວ​ສ້າງ​ສຳ​ເລັດ​ແລ້ວ

CRI, July 26, 2021
Size:


     ວັນທີ 23 ກໍລະກົດນີ້, ສະຖານີໂພນໂຮງທາງລົດໄຟຈີນ-ລາວທີ່ກຸ່ມບໍລິສັດກໍ່ສ້າງທາງລົດໄຟຈີນເປັນຜູ້ກໍ່ສ້າງໄດ້ສ້າງສຳເລັດກ່ອນໝູ່ໃນສະຖານີລົດໄຟ 10 ແຫ່ງທາງລົດໄຟຈີນ-ລາວຕອນໃນດິນແດນປະເທດລາວ, ນີ້ເປັນຂີດໝາຍສະແດງໃຫ້ເຫັນວ່າ ການກໍ່ສ້າງທາງລົດໄຟຈີນ-ລາວໄດ້ເຂົ້າສູ່ໄລຍະສຸດທ້າຍແລ້ວ.

    ສະຖານີໂພນໂຮງຕັ້ງຢູ່ເມືອງໂພນໂຮງ ເທດສະບານແຂວງວຽງຈັນ, ເນື້ອທີ່ການກໍ່ສ້າງຂອງສະຖານີລົດໄຟມີ 1.498,7 ຕາແມັດ, ເປັນສະຖານີຂະໜາດນ້ອຍ, ເລີ່ມກໍ່ສ້າງແຕ່ວັນທີ 15 ພຶດສະພາປີ 2020.

     ທາງລົດໄຟຈີນ-ລາວທິດເໜືອເລີ່ມແຕ່ນະຄອນຄຸ່ນມີງ ເທດສະບານແຂວງຢູນນານສ.ປ.ຈີນ, ທິດໃຕ້ລົງຮອດນະຄອນຫຼວງວຽງຈັນ. ໃນນັ້ນ, ຕອນໃນປະເທດລາວຍາວ 422,4 ກິໂລແມັດ, ໃນການກໍ່ສ້າງແມ່ນນຳໃຊ້ມາດຖານເຕັກນິກຂອງຈີນ, ນຳໃຊ້ເຄື່ອງອຸປະກອນຂອງຈີນ ແລະ ເຊື່ອມຕໍ່ກັບເຄືອຂ່າຍທາງລົດໄຟຂອງຈີນໂດຍກົງ.