ການສໍາພາດພິເສດຕໍ່ ສະຫາຍ ທອງສະຫວັນ ພົມວິຫານ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັປະຊາຊົນປະຕິວັດລາວ: ຜົນສໍາເລັດແຫ່ງການພັດທະນາຂອງຈີນໄດ້ສ່ອງແສງໃຫ້ເຫັນເຖິງທ່າແຮງຂອງລະບອບສັງຄົມນິຍົມຢ່າງພົ້ນເດັ່ນ

lmcchina.org, July 23, 2021
Size:

ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ຈີນ-ລາວ ໃນບໍ່ດົນຜ່ານມານີ້ວ່າ: ຜົນສໍາເລັດອັນສະຫງ່າງາມທີ່ພັກກອມມູນິດຈີນໄດ້ເຕົ້າໂຮມ ແລະ ນໍາພາປະຊາຊົນຈີນຍາດມານັ້ນ ໄດ້ສ່ອງແສງໃຫ້ເຫັນເຖິງທ່າແຮງຂອງລະບອບສັງຄົມນິຍົມຢ່າງພົ້ນເດັ່ນ.

ສະຫາຍ ທອງສະຫວັນ ກ່າວວ່າ: ພັກກອມມູນິດຈີນຍຶດໝັ້ນການຖືເອົາປະຊາຊົນເປັນໃຈກາງ, ນໍາພາປະຊາຊົນຈີນຍາດໄດ້ຜົນສໍາເລັດອັນປະຈັກຕາຕໍ່ຊາວໂລກ ໂດຍສະເພາະແມ່ນກອງປະຊຸມໃຫຍ່ຄັ້ງທີ 18 ຂອງສູນກາງພັກກອມມູນິດຈີນຜ່ານມາ, ພັກກອມມູນິດຈີນໄດ້ນໍາພາປະຊາຊົນຈີນທຸກຖ້ວນໜ້າບາກບັ່ນສູ້ຊົນ ຍາດໄດ້ຜົນສໍາເລັດທີ່ມີຄວາມໝາຍຍຸດທະສາດອັນໃຫຍ່ຫຼວງໃນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19, ຍາດໄດ້ໄຊຊະນະຢ່າງຮອບດ້ານໃນບັ້ນລົບລ້າງຄວາມທຸກຍາກ, ສ້າງສຳເລັດສັງຄົມອີ່ມໜໍາສໍາລານຢ່າງຮອບດ້ານ, ໄດ້ເປີດຂະບວນການໃໝ່ໃນການກໍ່ສ້າງປະເທດຈີນເປັນປະເທດສັງຄົມນິຍົມທີ່ທັນສະໄໝຮອບດ້ານ, ສ່ອງແສງໃຫ້ເຫັນເຖິງທ່າແຮງຂອງລະບອບສັງຄົມນິຍົມຢ່າງພົ້ນເດັ່ນ ເຊິ່ງໄດ້ສະໜອງບົດຮຽນ ແລະ ປະສົບການທີ່ມີຜົນປະໂຫຍດໃຫ້ແກ່ບັນດາປະເທດກໍາລັງພັດທະນາທັງຫຼາຍລວມທັງປະເທດລາວ ໃນການຊອກຄົ້ນເສັ້ນທາງແຫ່ງການພັດທະນາທີ່ສອດຄ່ອງກັບສະພາບຕົວຈິງຂອງປະເທດຕົນເອງ.

ທ່ານ ທອງສະຫວັນ ກ່າວວ່າ: ສປ ຈີນໄດ້ເຮັດສໍາເລັດໜ້າທີ່ໜັກໜ່ວງໃນການລົບລ້າງຄວາມທຸກຍາກເດັດຖານ, ເຊິ່ງໄດ້ແກ້ໄຂບັນຫາທີ່ຫຼາຍປະເທດຍັງບໍ່ສາມາດແກ້ໄຂໄດ້, ອັນນີ້ຖືວ່າເປັນເຫດການທີ່ຫາຍາກ ແລະ ເປັນເລື່ອງທີ່ມະຫັດສະຈັນ. ຂ້າພະເຈົ້າຮູ້ສຶກພາກພູມໃຈເປັນຢ່າງຍິ່ງຕໍ່ຜົນສໍາເລັດທີ່ ສປ ຈີນ ຍາດມາໄດ້ ນີ້ສະແດງໃຫ້ເຫັນວ່າການຍຶດໝັ້ນສັງຄົມນິຍົມຍ່ອມຈະໄດ້ຮັບຜົນສໍາເລັດຢ່າງແນ່ນອນ.

ສະຫາຍ ທອງສະຫວັນ ກ່າວວ່າ: ລາວ-ຈີນ ແມ່ນສອງປະເທດທີ່ມີສາຍພູສາຍນໍ້າຕິດຈອດກັນ, ມີມູນເຊື້ອມິດຕະພາບມາແຕ່ດົນນານ, ທັງມີວັດທະນະທໍາທີ່ຄ້າຍຄືກັນ. ຂ້າພະເຈົ້າຖືວ່າ ຜົນສໍາເລັດຂອງ ຈີນໄດ້ເປັນບົດຮຽນທີ່ມີຜົນປະໂຫຍດ ແລະ ເປັນກໍາລັງໃຈໃຫ້ແກ່ການສ້າງສາພັດທະນາພາລະກິດສັງຄົມນິຍົມຂອງລາວ.

ສະຫາຍ ທອງສະຫວັນ ກ່າວຕື່ມວ່າ: ການທີ່ ລາວ-ຈີນ ຮ່ວມມືສ້າງຄູ່ຮ່ວມຊາຕາກໍາທີ່ມີຄວາມໝາຍຍຸດທະສາດນີ້ ແມ່ນອົງປະກອບທີ່ສໍາຄັນ ແລະ ເປັນການຊຸກຍູ້ການກໍ່ສ້າງປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດທີ່ສະຫາຍເລຂາທິການໃຫຍ່ ສີ ຈິ້ນຜີງ ສະເໜີອອກນັ້ນໄດ້ເປັນຮູບປະທຳ. ການສ້າງປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດເປັນທັດສະນະທີ່ເບິ່ງກວ້າງເຫັນໄກຫຼາຍ ເນື່ອງຈາກວ່າ ມວນມະນຸດທັງຫຼາຍໄດ້ດຳລົງຊີວິດຢູ່ຮ່ວມກັນບົນໂລກອັນດຽວກັນ, ລັດທິຫຼາຍຝ່າຍແມ່ນທ່າອ່ຽງການພັດທະນາຂອງໂລກ ແລະ ໄດ້ຮັບການສະໜັບສະໜູນຈາກຫຼາຍປະເທດໃນໂລກ.