ການແຂ່ງຂັນປະດິດສ້າງໃໝ່ອອນລາຍຂອງຊາວໜຸ່ມແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ຄັ້ງທີ 5 ໄດ້ຈັດຂຶ້ນ

lmcchina.org, July 23, 2021
Size:

ເມື່ອບໍ່ດົນມານີ້, ການແຂ່ງຂັນປະດິດສ້າງໃໝ່ ແລະ ການອອກແບບຂອງຊາວໜຸ່ມກ່ຽວກັບການຄຸ້ມຄອງ ແລະ ພັດທະນາລຸ່ມແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ຄັ້ງທີ 5 ຮອບຕັດສິນ ໄດ້ຈັດຂຶ້ນຜ່ານທາງອິນເຕີເນັດ ພາຍໃຕ້ຫົວຂໍ້ ວຽກງານສາທາລະນະສຸກ ແລະ ການຮັບປະກັນການປິ່ນປົວສຸຂະພາບ. ຄະນະກຳມະການທີ່ເປັນຜູ້ຊ່ຽວຊານ ຈຳນວນ 18 ທ່ານ ແລະ ຜູ້ແຂ່ງຂັນ 51 ຄົນ ທີ່ມາຈາກມະຫາວິທະຍາໄລຊັ້ນສູງ 9 ແຫ່ງໃນ 6 ປະເທດເຂົ້າຮ່ວມໃນຮອບສຸດທ້າຍຂອງການແຂ່ງຂັນ.

ການແຂ່ງຂັນຄັ້ງນີ້ ຈັດຂຶ້ນໂດຍສູນການຮ່ວມມືແລກປ່ຽນລະຫວ່າງຊາວໜຸ່ມ LM, ມະຫາ ວິທະຍາໄລຟູຕ້ານ (Fudan University) ແລະ ມະຫາວິທະຍາໄລ Prince of Songkla ແຫ່ງປະເທດໄທ. ການແຂ່ງຂັນຄັ້ງນີ້ໄດ້ຜ່ານຜ່າຄວາມຫຍຸ້ງຍາກຈາກການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ສ້າງເວທີແຫ່ງການແລກປ່ຽນ, ສົນທະນາ ແລະ ການຮ່ວມມືລະຫວ່າງຊາດອີກເທື່ອໜຶ່ງໃຫ້ແກ່ບັນດາຊາວໜຸ່ມທີ່ມາຈາກ 6 ປະເທດ LM.

ທ່ານ Niwat Keawpradub, ອະທິການບໍດີຂອງມະຫາວິທະຍາໄລ Prince of Songkla ແຫ່ງປະເທດໄທ ກ່າວວ່າ: ບັນດາຊາວໜຸ່ມນັກສຶກສາທີ່ມາຈາກ 6 ປະເທດ LM ສາມາດສ້າງນະວັດຕະກໍາໃໝ່ຢ່າງຕໍ່ເນື່ອງ ໂດຍຜ່ານເວທີ YICMG ນີ້, ທັງເຮັດໃຫ້ການປະດິດສ້າງໃໝ່ສາມາດນໍາເອົາຜົນປະໂຫຍດມາສູ່ຊີວິດປະຈໍາວັນຂອງມະຫາຊົນທັງຫຼາຍ, ເຊິ່ງຖືວ່າໄດ້ອໍານວຍໂອກາດອັນລໍ້າຄ່າໃຫ້ແກ່ຊາວໜຸ່ມ 6 ປະເທດ ໃນການບໍາລຸງສ້າງທັດສະນະຄະຕິທົ່ວໂລກ ແລະ ຍົກສູງຄວາມສາມາດດ້ານການຮ່ວມມືລະຫວ່າງຊາດ.

ນັກສຶກສາຈາກສະຖາບັນການຕ່າງປະເທດຫວຽດນາມ (Diplomatic Academy of Vietnam) ກ່າວວ່າ: ພວກຂ້າພະເຈົ້າໄດ້ເອົາໃຈໃສ່ຕໍ່ບັນຫາການຮັກສາສິ່ງແວດລ້ອມໃນດ້ານກະສິກໍາຕະຫຼອດມາ, ຕົວຢ່າງເຊັ່ນ: ແຜ່ນເຈ້ຍທີ່ເຮັດຈາກຫຍ້າ, ຖົງປຼາສະຕິກຊີວະພາບທີ່ເຮັດຈາກເປືອກກຸ້ງ ແລະ ອື່ນໆ ແມ່ນມີຕົ້ນທຶນການຜະລິດຕໍ່າ, ທັງເປັນຜະລິດຕະພັນທໍາມະຊາດທີ່ຮັກສາສິ່ງແວດລ້ອມ 100%. ພວກຂ້າພະເຈົ້າຫວັງແກ້ໄຂບັນຫາການຈໍາໜ່າຍຜະລິດຕະພັນປະເພດນີ້ຜ່ານທາງອິນເຕີເນັດ.

ໂຄງການ I-Refill ຂອງນັກສຶກສາ 3 ຄົນທີ່ມາຈາກມະຫາວິທະຍາໄລແຫ່ງຊາດລາວທີ່ໄດ້ນໍາໃຊ້ເວທີທາງອິນເຕີເນັດ ໄດ້ສະເໜີຫົວຄິດປະດິດສ້າງໃໝ່ໜຶ່ງ ຄື ຜະລິດແກ້ວທີ່ສາມາດ ນໍາໃຊ້ຢ່າງຖາວອນ ເພື່ອແກ້ໄຂບັນຫາມົນລະພິດທີ່ເກີດຈາກການນໍາໃຊ້ວັດສະດຸປຼາສະຕິກ.

ໃນ 5 ປີກ່ອນ, ການແຂ່ງຂັນ YICMG ແມ່ນລິເລີ່ມສະເໜີຂຶ້ນໂດຍນັກສຶກສາຈາກຄະນະພົວພັນສາກົນ ແລະ ກິດຈະການສາທາລະນະ, ມະຫາວິທະຍາໄລຟູຕ້ານ, ໂດຍມອບ 6 ປະເທດ LM ຜັດປ່ຽນກັນເປັນເຈົ້າພາບ. ໃນ 5 ປີຜ່ານມານີ້, ການແຂ່ງຂັນ YICMG ໄດ້ຕັ້ງໜ້າເຊື່ອມໂຍງກັບວາລະການພັດທະນາແບບຍືນຍົງ 2030 ຂອງສະຫະປະຊາຊາດໃນແຕ່ລະປີ, ໂດຍອາໄສການແລກປ່ຽນລະຫວ່າງຊາວໜຸ່ມ LM, ສຸມໃສ່ຄວາມຮຽກຮ້ອງຕ້ອງການທົ່ວໄປ ແລະ ບັນຫາຫົວຂໍ້ສະເພາະຕ່າງໆຂອງລຸ່ມແມ່ນໍ້າ LM,  ຈິ່ງໄດ້ຂຸດຄົ້ນໂຄງການປະດິດສ້າງໃໝ່ ແລະ ການສ້າງທຸລະກິດໃໝ່ສໍາລັບຊາວໜຸ່ມເປັນຫຼາຍຊຸດແລ້ວໃນໄລຍະຜ່ານມາ.