“ຄຳ​ປາ​ໄສ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ​ໃນ​ພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຈີນ​ຄົບຮອບ 100 ປີ” ໄດ້​ພິມ​ຈຳ​ໜ່າຍ​ເປັນ​ຫລາຍ​ພາ​ສາ

CRI, July 23, 2021
Size:

    “ຄຳປາໄສຂອງທ່ານສີຈິ້ນຜິງໃນພິທີສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຈີນຄົບຮອບ 100 ປີ” ໄດ້ແປເປັນ 6 ພາສາ, ຄື: ພາສາຣັດເຊຍ, ຝຣັ່ງ, ແອສປາຍ, ອາຣັບ, ຍີ່ຢຸ່ນ ແລະພາສາເຢຍລະມັນເຊິ່ງແປໂດຍສະຖາບັນຄົ້ນຄວ້າປະຫວັດສາດ ແລະເອກະສານເກົ່າຂອງສູນກາງຈີນ ແລະໄດ້ພິມຈຳໜ່າຍໂດຍສຳນັກງານຮຽບຮຽງແລະແປຂອງສູນກາງໃນຫວ່າງມໍ່ໆນີ້.

    “ຄຳປາໄສຂອງທ່ານສີຈິ້ນຜິງໃນພິທີສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຈີນຄົບຮອບ 100 ປີ” ໄດ້ທົບທວນຄືນຜົນສຳເລັດຢ່າງເປັນລະບົບນັບແຕ່ພັກກອມມູນິດຈີນສ້າງຕັ້ງຂຶ້ນເປັນເວລາ 100 ປີເປັນຕົ້ນມາ, ພັກໄດ້ເຕົ້າໂຮມຄວາມສາມັກຄີ ແລະນຳພາປະຊາຊົນບັນດາເຜົ່າທົ່ວປະເທດຈີນບຸກບືນເດີນຕາມເສັ້ນທາງທີ່ຍິ່ງໃຫຍ່, ສ້າງພາລະກິດທີ່ຍິ່ງໃຫຍ່  ແລະປະສົບຜົນສຳເລັດທີ່ຍິ່ງໃຫຍ່. ໄດ້ປະກາດຢ່າງໜັກແໜ້ນວ່າ: ຈີນໄດ້ບັນລຸເປົ້າໝາຍສູ້ຊົນ 100 ປີປະການທີໜຶ່ງ, ສ້າງສັງຄົມທີ່ອິ່ມໜຳສຳລານໃຫ້ສຳເລັດຮອບດ້ານ. ສະແດງໃຫ້ເຫັນເຖິງຄວາມຕັດສິນໃຈອັນເດັດດ່ຽວໜຽວແໜ້ນທີ່ຈະຍຶດໝັ້ນ ແລະສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກ ໃໝ່ ແລະກ້າວໄປສູ່ເປົ້າໝາຍສູ້ຊົນ 100 ປີປະການທີສອງ ຄື: ສ້າງປະເທດສັງຄົມນິຍົມທີ່ທັນສະໄໝທີ່ເຂັ້ມແຂງໃຫ້ສຳເລັດຢ່າງຮອບດ້ານ. ທັງໄດ້ຊີ້ແຈງຄວາມຮຽກຮ້ອງຕ້ອງການພື້ນຖານທີ່ຖືເອົາປະຫວັດສາດເປັນແວ່ນແຍງ,ບຸກເບີກອະນາຄົດຢ່າງເລິກເຊິ່ງ.