ມີ 55 ປະ​ເທດ​ໄດ້​ສົ່ງ​ຈົດ​ໝາຍໄປ​ຍັງ WHO ເພື່ອຄັດ​ຄ້ານ​​ການ​ຊອກ​ຫາ​ແຫຼ່ງ​ກຳ​ເນີດ​​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ເປັນ​ບັນ​ຫາ​ການ​ເມືອງ

CRI, July 23, 2021
Size:

ຕາມຂ່າວCRI: ວັນທີ 20 ກໍລະກົດນີ້, ທ່ານຈ້າວ ລີ້ ຈ່ຽນ, ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ, ມາຮອດວັນທີ 20 ກໍລະກົດນີ້, ລວມມີ 55 ປະເທດໄດ້ສົ່ງຈົດໝາຍໄປຍັງທ່ານ ເຕໂດຼສ ອັດຮາໂນມ ເກເບຼເຢຊຸສ, ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກຫຼື WHO, ເພື່ອຄັດຄ້ານການຖືເອົາບັນຫາການຊອກຫາແຫຼ່ງກຳເນີດຂອງເຊື້ອພະຍາດເປັນບັນຫາການເມືອງ.

ວັນທີ 16 ກໍລະກົດນີ້, WHO ໄດ້ແຈ້ງແຜນການການຊອກຫາແຫຼ່ງກຳເນີດຂອງເຊື້ອພະຍາດໄລຍະ 2 ໃຫ້ປະເທດສະມາຊິກຕ່າງໆໄດ້ຮັບຊາບ. ໃນເວລາແຈ້ງແຜນການດັ່ງກ່າວ, ມີຫຼາຍປະເທດໄດ້ອອກສຽງຄັດຄ້ານດ້ວຍຄວາມເປັນທຳຕາມໆກັນ, ໂດຍກ່າວເນັ້ນວ່າການຊອກຫາແຫຼ່ງກຳເນີດຂອງເຊື້ອພະຍາດແມ່ນໜ້າທີ່ຂອງນັກວິທະຍາສາດ, ບໍ່ຄວນຖືເອົາເລື່ອງນີ້ເປັນບັນຫາ.

ທ່ານຈ້າວລີ້ຈ່ຽນໄດ້ກ່າວວ່າ, ມີຫຼາຍປະເທດກວ່າເກົ່າໄດ້ອອກສຽງທີ່ເປັນທຳ, ເຊິ່ງໄດ້ປຽບທຽບໃຫ້ເຫັນຢ່າງເດັ່ນຊັດວ່າປະເທດສ່ວນໜ້ອຍມີຜຶດຕິກຳປົງການທາງການເມືອງ, ຄັດຄ້ານວິທະຍາສາດ, ບິດເບືອນຄວາມຈິງ, ເຊິ່ງສະແດງໃຫ້ເຫັນວ່າຄວາມເປັນທຳຂອງປະຊາຄົມໂລກແມ່ນຄວາມປາຖະໜາຮ່ວມຂອງຄົນທັງຫຼາຍ, ທັງໄດ້ສະແດງໃຫ້ເຫັນວ່າປະເທດທີ່ຖືເອົາຄວາມເປັນທຳແລະຄວາມເປັນຈິງໄດ້ກວມສ່ວນຫຼາຍທີ່ສຸດ.