ອຸ​ປະ​ກອນ​ຕ້ານ​ພະ​ຍາດ​ໂຄວິດ-19ຂອງ​ຈີນງວດ​ໃຫຍ່​ໄດ້​ສົ່ງ​ໄປ​ມຽນ​ມາ​ດ້ວຍ​ລົດ​ຂົນ​ສົ່ງ​ແລະ​ເຮືອ​ບິນພິ​ເສດ

CRI, July 22, 2021
Size:

ໃນຫຼາຍໆມື້ຜ່ານມານີ້, ຢູ່ມຽນມາ ສະພາບພະຍາດໂຄວິດ-19 ຮອບທີສາມໄດ້ຮ້າຍແຮງຂຶ້ນກວ່າເກົ່າ,ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ທີ່ເພີ່ມໃໝ່ຕໍ່ມື້ແລະຈຳນວນຄົນເສຍຊີວິດໄດ້ສ້າງສະຖິຕິໃໝ່ເລື້ອຍໆ. ເພື່ອຊ່ວຍເຫຼືອມຽນມາຕ້ານກັບພະຍາດໂຄວິດ-19, ອຸປະກອນຕ້ານພະຍາດໂຄວິດ-19 ຂອງຈີນງວດໃຫຍ່ກຳລັງສົ່ງໄປມຽນມາດ້ວຍລົດຂົນສົ່ງແລະເຮືອບິນພິເສດ. ໃນນັ້ນພຽງແຕ່ໃນວັນທີ20ກໍລະກົດນີ້,ບັ້ງອົກຊີ 700 ກວ່າບັ້ງ,ຜ້າປິດປາກ,ຊຸດປ້ອງກັນພະຍາດ ແລະອຸປະກອນຕ້ານພະຍາດອື່ນໆໄດ້ສົ່ງໄປຮອດມຽນມາແລ້ວ.

ນອກນີ້ ເຈົ້າໜ້າທີ່ໃນສະໜາມບິນຢາງກຸ້ງໄດ້ເປີດເຜີຍໃຫ້ຮູ້ວ່າ: ໃນໄລຍະໜຶ່ງອາທິດຜ່ານມານີ້, ແຕ່ລະມື້ຢ່າງໜ້ອຍມີເຮືອບິນແບບເໝົາລຳສະເພາະ 6-7 ລຳ ໄດ້ຂົນສົ່ງເຄື່ອງຜະລິດອົກຊີ, ເຄື່ອງຊ່ວຍຫາຍໃຈ, ອຸປະກອນປິ່ນປົວແລະອື່ນໆ ຈາກຈີນສົ່ງໄປເຖິງມຽນມາ, ເຮືອບິນທຸກລຳໄດ້ຂົນສົ່ງວັດຖຸອຸປະກອນ 10 ໂຕນຂຶ້ນໄປ.