ທ່ານ​ລີ້​ຈ້ານ​ຊູ່​ສົ່ງສານ​ຊົມ​ເຊີຍ​ໄປ​ຍັງ​ທ່ານ​ຫວືງ ດີງ ຮຸຍ​ທີ່​ໄດ້​ຮັບ​​ເລືອກ​ຕັ້ງໃຫ້​ເປັນ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ອີກ​ສະ​ໄໝ​ໜຶ່ງ

CRI, July 22, 2021
Size:

ຕາມຂ່າວCRI:ວັນທີ 20 ກໍລະກົດນີ້, ທ່ານລີ້ຈ້ານຊູ່, ປະທານຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນໄດ້ສົ່ງສານຊົມເຊີຍໄປຍັງທ່ານ ຫວືງ ດີງ ຮຸຍ, ເພື່ອສະແດງຄວາມຊົມເຊີຍທີ່ທ່ານໄດ້ຮັບການເລືອກຕັ້ງໃຫ້ເປັນປະທານສະພາແຫ່ງຊາດຫວຽດນາມອີກສະໄໝໜຶ່ງ.

ໃນສານຊົມເຊີຍຂອງທ່ານລີ້ຈ້ານຊູ່ໄດ້ລະບຸວ່າ: ປັດຈຸບັນນີ້, ການພົວພັນລະຫວ່າງຈີນ-ຫວຽດນາມໄດ້ຂະຫຍາຍຕົວກ້າວໄປໜ້າຢ່າງໝັ້ນທ່ຽງ,ການແລກປ່ຽນແລະການຮ່ວມມືລະຫວ່າງສະພາປະຊາຊົນແຫ່ງຊາດຈີນແລະສະພາແຫ່ງຊາດຫວຽດນາມກໍນັບມື້ນັບເຂົ້າສູ່ລວງເລິກກວ່າເກົ່າ. ຫວ່າງກ່ອນນີ້ບໍ່ດົນ, ພວກເຮົາໄດ້ຈັດການພົບປະສົນທະນາກັນຜ່ານທາງວິດີໂອ, ໄດ້ດຳເນີນການແລກປ່ຽນຄວາມຄິດເຫັນກັນຢ່າງເລິກເຊິ່ງກ່ຽວກັບການພົວພັນລະຫວ່າງສອງພັກແລະສອງລັດແລະບັນຫາທີ່ມີຄວາມສົນໃຈຮ່ວມກັນ, ສອງຝ່າຍໄດ້ບັນລຸຄວາມເຫັນທີ່ເປັນເອກະພາບກັນຢ່າງກວ້າງຂວາງ. ຂ້າພະເຈົ້າຍິນດີຮ່ວມກັນກັບທ່ານປະທານສະພາແຫ່ງຊາດຫວືງ ດີງ ຮຸຍຖືເອົາຄວາມເຫັນທີ່ເປັນເອກະພາບກັນດ້ານການເມືອງລະຫວ່າງຜູ້ນຳສູງສຸດຂອງສອງພັກສອງລັດເປັນຫຼັກການ, ຊຸກຍູ້ໃຫ້ການໄປມາຫາສູ່ກັນແລະການຮ່ວມມືລະຫວ່າງອົງການນິຕິບັນຍັດສອງຝ່າຍກ້າວຂຶ້ນສູ່ລະດັບໃໝ່ຢ່າງຕໍ່ເນື່ອງ, ປະກອບສ່ວນອັນໃໝ່ເຂົ້າໃນການພັດທະນາດ້ານການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຈີນ-ຫວຽດນາມໃນໄລຍະໃໝ່.