ພະ​ນັກ​ງານຄົນໜຶ່ງ​ຂອງ​ທຳ​ນຽບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ຕິດ​ເຊື້​ອ​​ໄວ​ຣັດໂຄວິດ-19

CRI, July 21, 2021
Size:

     ວັນທີ 19 ກໍລະກົດນີ້, ທຳນຽບນາຍົກລັດຖະມົນຕີໄທໄດ້ແຈ້ງໃຫ້ຮູ້ວ່າ, ພະນັກງານຜູ້ໜຶ່ງທີ່ເຮັດວຽກຢູ່ຫ້ອງການທ່ານປະວິດ ວົງສຸວັນ ຮອງນາຍົກລັດຖະມົນຕີໄທໄດ້ຕິດເຊື້ອໄວຣັດໂຄວິດ-19, ເຖິງວ່າພະນັກງານຜູ້ນີ້ບໍ່ໄດ້ຕິດຕໍ່ພົວພັນກັບທ່ານປະວິດ ວົງສຸວັນຢ່າງໃກ້ຊິດກໍ່ຕາມ,ແຕ່ພະນັກງານຄົນອື່ນໆລ້ວນແຕ່ເປັນກຸ່ມຄົນທີ່ມີຄວາມສ່ຽງສູງ.

     ດ້ວຍເຫດນີ້, ທ່ານປະຢຸດ ຈັນໂອຊາ ນາຍົກລັດຖະມົນຕີໄທປະກາດວ່າ, ນັບແຕ່ວັນທີ 20 ກໍລະກົດນີ້ເປັນຕົ້ນໄປ, ລັດຖະມົນຕີທັງຫຼາຍກໍ່ຕ້ອງປະຕິບັດວຽກງານຢູ່ເຮືອນຕົນ, ສ່ວນກອງປະຊຸມຄະນະລັດຖະບານຈັດຈະຈັດຂຶ້ນຜ່ານທາງອອນລາຍ. ມາດຕະການດັ່ງກ່າວກໍ່ເພື່ອຫຼຸດການເດີນທາງ ແລະ ການເຄື່ອນໄຫຼຂອງພະນັກງານພາກສ່ວນຕ່າງໆທີ່ເຮັດວຽກຢູ່ທຳນຽບນາຍົກລັດຖະມົນຕີ, ເຮັດໃຫ້ຄວາມເປັນໄປໄດ້ທີ່ຈະຕິດເຊື້ອໄວຣັດໂຄວິດ-19ຫຼຸດໜ້ອຍລົງທີ່ສຸດ. ມາດຕະການດັ່ງກ່າວຈະຈັດຕັ້ງປະຕິບັດເປັນເວລາ 1 ອາທິດເປັນການຊົ່ວຄາວ, ສ່ວນຈະສືບຕໍ່ປະຕິບັດອີກຕໍ່ໄປຫຼືບໍ່ແມ່ນອີງຕາມສະພາບພະຍາດໂຄວິດ-19 ໃນໄລຍະຕໍ່ໜ້າ.