ຫຼາຍ​ແຫ່ງ​ຂອງ​ຫວຽດ​ນາມ​ໄດ້​ປິດ​ເມືອງ​ຍ້ອນ​ຈຳ​ນວນ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19ເພີ່ມ​ໃໝ່ໄດ້​ສ້າງ​ສະ​ຖິ​ຕິ​ໃໝ່

CRI, July 20, 2021
Size:

图片默认标题_fororder_881475267

ນັບແຕ່ຫວຽດນາມເກີດມີສະພາບພະຍາດໂຄວິດ-19 ຢ່າງກະທັນຫັນໃນທ້າຍເດືອນເມສາເປັນຕົ້ນມາ ສະພາບພະຍາດໄດ້ແຜ່ລະບາດຢ່າງຕໍ່ເນື່ອງ. ຕາມກະຊວງສາທາລະນະສຸກຂອງຫວຽດນາມລາຍງານໃນວັນທີ 18 ກໍລະກົດນີ້ວ່າ: ພາຍໃນໄລຍະເວລາ 24 ຊົ່ວໂມງທີ່ຜ່ານມາ ຢູ່ຫວຽດນາມໄດ້ມີຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ທີ່ເພີ່ມໃໝ່ 5.926 ກໍລະນີ,ເຊິ່ງເປັນສະຖິຕິເພີ່ມໃໝ່ສູງສຸດຕໍ່ມື້,ລວມແລ້ວມີທັງໝົດ 53.830 ກໍລະນີ.

ໂດຍແນໃສ່ສະພາບການດັ່ງກ່າວ,ອົງການປົກຄອງນະຄອນຫຼວງຮ່າໂນ້ຍໄດ້ປະກາດວ່າ: ນັບແຕ່ເວລາ 0 ໂມງຂອງ ວັນທີ 19 ກໍລະກົດເປັນຕົ້ນໄປ,ຮ່າໂນ້ຍຈະໃຊ້ມາດຕະການປີດເມືອງ ໂດຍຮຽກຮ້ອງໃຫ້ຊາວເມືອງໝົດທຸກຄົນຕ້ອງກັກບໍລິເວນຢູ່ໃນເຮືອນ, ບໍ່ຄວນອອກນອກເຮືອນຖ້າບໍ່ຈຳເປັນແລະບໍ່ມີກໍລະນີສຸກເສີນ; ແຕ່ອະນຸຍາດໃຫ້ຮ້ານຄ້າທີ່ຂາຍເຄື່ອງໃຊ້ໃນຊີວິດປະຈຳວັນທີ່ຈຳເປັນແລະຮ້ານຂາຍຢາເປີດບໍລິການຄືເກົ່າ; ປະຊາຊົນຕ້ອງປະຕິບັດມາດຕະການຕ່າງໆຢ່າງເຂັ້ມງວດ ເຊັ່ນ: ໃສ່ຜ້າປິດປາກ, ບໍ່ເຕົ້າໂຮມກັນ,ຮັກສາໄລຍະຫ່າງທາງສັງຄົມ, ແຈ້ງໃບຢັງຢືນສຸຂະພາບ; ສ່ວນຮ້ານອາຫານມີແຕ່ອະນຸຍາດໃຫ້ຊື້ກັບເຮືອນໄດ້ເທົ່ານັ້ນ.

ນອກນີ້ແລ້ວ,ຢູ່ພາກໃຕ້ຫວຽດນາມ ມີ 16 ແຂວງ,ນະຄອນແລະເຂດໄດ້ເລີ່ມປະຕິບັດມາດຕະການປິດເມືອງສອງອາທິດ ເຊິ່ງເລີ່ມແຕ່ວັນທີ 19 ກໍລະກົດນີ້ເປັນຕົ້ນໄປ, ມາຮອດປັດຈຸບັນ, ຢູ່ພາກໃຕ້ຫວຽດນາມໄດ້ມີ 19 ແຂວງແລະນະຄອນໄດ້ປິດເມືອງຍ້ອນສະພາບພະຍາດໂຄວິດ-19.