ສະ​ພາບ​ພະ​ຍາດ​​ໂຄວິດ-19 ຢູ່​ໄທ​ແຜ່ລະ​ບາດ​ຢ່າງ​ຕໍ່​ເນື່ອງ ລັດ​ຖະ​ບານ​ປະ​ກາດ​ຂະ​ຫຍາຍ​ຂອບ​ເຂດ “ການ​ປິດ​ເມືອງ”

CRI, July 20, 2021
Size:

ຕາມຂ່າວCRI:ວັນທີ 18 ກໍລະກົດນີ້, ລັດຖະບານໄທໄດ້ປະກາດວ່າ, ນັບແຕ່ວັນທີ 20 ກໍລະກົດນີ້ເປັນຕົ້ນໄປ, ຈະຂະຫຍາຍຂອບເຂດການຄວບຄຸມສະພາບພະຍາດເພີ່ມຂຶ້ນ, ຈາກ 10 ແຂວງ(ລວມທັງນະຄອນຫຼວງບາງກອກ)ໃນເມື່ອກ່ອນເພີ່ມຂຶ້ນເປັນ 13 ແຂວງ. 13 ແຂວງນີ້ຈະປະຕິບັດມາດຕະການການ“ປິດເມືອງ”ເປັນເວລາ 14 ວັນນັບແຕ່ວັນທີ 20 ກໍລະກົດນີ້ເປັນຕົ້ນໄປ.ນອກນີ້, ນອກຈາກໂຮງໝໍ, ຄລິນິກ, ທະນາຄານ, ໂຮງໄປສະນີ, ສະຖານີປ້ຳນ້ຳມັນ, ສະຖານີຂົນສົ່ງແລະສະຖານທີ່ທີ່ມີຄວາມຈຳເປັນຕໍ່ການດຳລົງຊີວິດຂອງປະຊາຊົນໄດ້ອະນຸຍາດໃຫ້ດຳເນີນທຸລະກິດຢ່າງເປັນປົກກະຕິ, ສ່ວນສະຖານທີ່ໄດ້ອະນຸທຸລະກິດອື່ນໆຕ້ອງຢຸດຕິການເຮັດທຸລະກິດເປັນການຊົ່ວຄາວ.

ກ່ອນໜ້ານີ້ລັດຖະບານໄທໄດ້ປະກາດວ່າ, ນັບແຕ່ວັນທີ 12 ກໍລະກົດນີ້ເປັນຕົ້ນໄປຈະປະຕິບັດມາດຕະການ “ປິດເມືອງ”ແລະການຫ້າມສັນຈອນໃນຍາມຄ່ຳຄືນຢູ່ 10 ແຂວງທີ່ມີສະພາບພະຍາດຢ່າງຮ້າຍແຮງ, ແຕ່ວ່ານັບແຕ່ໄດ້ປະຕິບັດມາດຕະການເປັນເວລາ 1 ອາທິດເປັນຕົ້ນມາ, ບໍ່ສາມາດສະກັດກັ້ນການແຜ່ລະບາດຢ່າງວ່ອງໄວຂອງພະຍາດໂຄວິດ-19 ໄດ້ຢ່າງມີປະສິດທິຜົນ. ປັດຈຸບັນນີ້, ຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມຕື່ມໃໝ່ຕໍ່ມື້ງໄທທີ່ຫຼາຍກວ່າ 1 ໝື່ນກໍລະນີເປັນເວລາ 2 ມື້ລຽນຕິດ, ມີຜູ້ຕິດພະຍາດທັງໝົດເກືອບ 4 ແສນກໍລະນີ, ມີຜູ້ເສຍຊີວິດທັງໝົດ 3000 ກວ່າຄົນ.