ຄະນະທີມແພດທະຫານຈີນເດີນທາງໄປເຮັດວຽກຢູ່ ສປປ ລາວ ເພື່ອບໍລິການຮັບໃຊ້ໃຫ້ແກ່ກອງທັບແລະປະຊາຊົນລາວ

lmcchina.org, July 19, 2021
Size:

ເລີ່ມແຕ່ທ້າຍເດືອນເມສາເປັນຕົ້ນມາ ນະຄອນຫຼວງວຽງຈັນ ສປປ ລາວ ໄດ້ “ປິດເມືອງ” ເພື່ອຕ້ານກັບການລະບາດຂອງພະຍາດໂຄວິດ-19. ໜ່ວຍງານຊ່ຽວຊານປິ່ນປົວພະຍາດ ຂອງກອງທັບປະຊາຊົນຈີນ ຊຸດທີ 5 (ຕໍ່ໄປນີ້ ເອີ້ນຫຍໍ້ວ່າ “ທີມແພດ”)   ໄດ້ເດີນທາງມາຮອດນະຄອນຫຼວງວຽງຈັນ ໃນວັນທີ 25 ພຶດສະພາ ຕາມກຳນົດເວລາ ເພື່ອບໍລິການຮັບໃຊ້ໃຫ້ແກ່ກອງທັບແລະປະຊາຊົນລາວ, ເຊິ່ງໄດ້ສະແດງໃຫ້ເຫັນເຖິງມິດຕະພາບອັນເລິກເຊິ່ງລະຫວ່າງສອງກອງທັບແລະປະຊາຊົນສອງຊາດ ຈີນ-ລາວ.

ມີແມ່ຍິງຜູ້ໜຶ່ງ ຊື່ ນາງສີພາ ຫຼັງຈາກເກີດລູກແລ້ວບໍ່ດົນ ກໍຖືກກວດພົບວ່າເປັນມະເຮັງຈຸລັງເປັນເກັດໃນປາກມົດລູກ, ຍ້ອນການຜ່າຕັດມີຄວາມຫຍຸ້ງຍາກຫຼາຍ, ໂຮງໝໍຫຼາຍແຫ່ງຢູ່ປະເທດລາວຈຶ່ງບອກລາວວ່າບໍ່ສາມາດປິ່ນປົວໄດ້. ຫລັງຈາກ ນາງ ສີພາ ໄດ້ຮູ້ວ່າທີມແພດຈີນໄດ້ໄປປະຈຳຢູ່ໂຮງໝໍ103 ຂອງກອງທັບປະຊາຊົນລາວ ໃນນະຄອນຫຼວງວຽງຈັນ, ນາງ ສີພາ ແລະຄອບຄົວຂອງລາວກໍໄດ້ເດີນທາງຈາກເຂດພູດອຍພາກເໜືອ ຂອງແຂວງອຸດົມໄຊ ໄປໂຮງໝໍ 103 ເພື່ອປິ່ນປົວຮັກສາ. ວັນທີ 17 ມິຖຸນາ ຜ່ານມາ, ແພດທະຫານຈີນທີ່ມີຊື່ວ່າມາເຈັຍເຈັຍ (Ma Jiajia)ເຊິ່ງເປັນແພດໃຫຍ່ໄດ້ຜ່າຕັດໃຫ້ ນາງ ສີພາ. ການຜ່າຕັດດັ່ງກ່າວໄດ້ໃຊ້ເວລາປະມານ 5 ຊົ່ວໂມງ ແລະ ເສຍເລືອດ ພຽງແຕ່ 50 ml ເທົ່ານັ້ນ. ການຜ່າຕັດຄັ້ງນີ້  ແມ່ນການຜ່າຕັດຄັ້ງທໍາອິດຢູ່ປະເທດລາວ ທີ່ປິ່ນປົວພະຍາດມະເຮັງປາກມົດລູກໃຫ້ຫາຍຂາດດ້ວຍກ້ອງສ່ອງຊ່ອງທ້ອງໂດຍບໍ່ຕ້ອງຍົກມົດລູກຂຶ້ນເຊິ່ງແມ່ນເຕັກນິກຜ່າຕັດທີ່ກ້າວໜ້າ. ຫຼັງຈາກການຜ່າຕັດ 6 ຊົ່ວໂມງ, ນາງສີພາກໍສາມາດຍ່າງໄປມາເອງໄດ້.

ຄອບຄົວຂອງ ນາງ ສີພາ ໄດ້ເວົ້າດ້ວຍຄວາມຕື້ນຕັນໃຈວ່າ: “ເດັກນ້ອຍເກີດໃໝ່ບໍ່ສາມາດຢູ່ໄດ້ໂດຍບໍ່ມີແມ່, ຊ່ຽວຊານຈີນເຮັດໃຫ້ ສີພາ ມີຄວາມຫວັງທີ່ຈະມີຊີວິດຢູ່ຕໍ່ໄດ້. ຂອບໃຈຊ່ຽວຊານຈີນຫຼາຍໆ!”

ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ແມ່ນໂຮງໝໍສັງລວມປິ່ນປົວພະຍາດແຫ່ງໜຶ່ງທີ່ໄດ້ຮັບການສ້າງຕັ້ງຂຶ້ນໂດຍການຊ່ວຍເຫຼືອຈາກກະຊວງປ້ອງກັນປະເທດ ຂອງ  ສປ ຈີນ. ທ່ານ Li Bing, ທີ່ປຶກສາດ້ານການທະຫານຂອງຫ້ອງການທະຫານ ຂອງ ສະຖານທູດ ສປ ຈີນ ປະຈຳ ສປປ ລາວ ໄດ້ກ່າວວ່າ: “ເລີ່ມແຕ່ຕົ້ນປີ 2019 ເປັນຕົ້ນມາ ເພື່ອຊຸກຍູ້ການຮ່ວມມືຢ່າງເລິກເຊິ່ງ ລະຫວ່າງສອງກອງທັບ ຈີນ-ລາວ ແລະ ເພື່ອຈັດຕັ້ງປະຕິບັດຈຸດປະສົງ ໃນການບໍລິການຮັບໃຊ້ໃຫ້ແກ່ປະຊາຊົນ ລະຫວ່າງສອງກອງທັບຈີນ-ລາວ, ກອງທັບປົດປ່ອຍປະຊາຊົນຈີນ ກໍໄດ້ສືບຕໍ່ສົ່ງທີມແພດໄປປະຕິບັດວຽກງານຢູ່ໂຮງໝໍ 103 ຢູ່ ສປປ ລາວ.

ທີມແພດແຕ່ລະຊຸດທີ່ເດີນທາງມາ ສປປ ລາວ ລ້ວນແຕ່ແມ່ນທີມແພດທີ່ມີຄວາມຊໍານານງານ ແລະ ມີຄວາມສາມາດເປັນຢ່າງດີ ຕາມເງື່ອນໄຂຄວາມຕ້ອງການ ທີ່ໂຮງໝໍ 103 ສະເໜີ, ເຊິ່ງແມ່ນຄະນະທີມແພດທີ່ຄັດເລືອກມາຈາກໂຮງໝໍເລກ1 ທີ່ຂຶ້ນກັບມະຫາວິທະຍາໄລການແພດທະຫານອາກາດຂອງກອງທັບປົດປ່ອຍປະຊາຊົນຈີນ. ເຊື່ອໝັ້ນວ່າເຕັກນິກທາງການແພດທີ່ແພດທະຫານຈີນນຳມາບໍລິການຮັບໃຊ້ຢູ່ ສປປ ລາວ ຈະນຳເອົາຂ່າວດີດ້ານສຸຂະພາບຈຳນວນຫຼວງຫຼາຍມາສູ່ຄົນເຈັບຂອງລາວ.

ທ່ານ ພັອ ດຣ ສຸລິພັນ ເພັດຈັນທະລາ, ຜູ້ອໍານວຍການໂຮງໝໍສູນກາງ 103 ກອງທັບ ກ່າວວ່າ: “ໃນເວລາສັ້ນໆພຽງໜຶ່ງເດືອນ, ແພດທະຫານຈີນກໍໄດ້ຊ່ວຍພວກເຮົາສຳເລັດການຜ່າຕັດທີ່ຫຍຸ້ງຍາກ ຈໍານວນ 28 ຄັ້ງ,ໃນນັ້ນ, ມີ 1 ກໍລະນີເປັນການຜ່່າຕັດຄັ້ງທໍາອິດຢູ່ ສປປ ລາວແລະ ອີກ 3 ກໍລະນີ ແມ່ນການຜ່າຕັດຄັ້ງທໍາອິດສໍາລັບໂຮງໝໍ 103, ເຊິ່ງການຜ່າຕັດດັ່ງກ່າວແຕ່ລະຄັ້ງລ້ວນແຕ່ປະສົບຜົນສໍາເລັດເປັນຢ່າງດີ. ຂ້າພະເຈົ້າ ຫວັງວ່າ ພາຍໃຕ້ການສະໜັບສະໜູນຊ່ວຍເຫຼືອຈາກຄະນະທີມແພດຈີນ ຈະເຮັດໃຫ້ລະດັບການບົ່ງມະຕິພະຍາດ ແລະ ການປິ່ນປົວຂອງໂຮງໝໍ 103 ຈະສາມາດຮັບການປັບປຸງ ແລະ ຍົກລະດັບສູງຂຶ້ນຕື່ມອີກບາດກ້າວໜຶ່ງ.”