ເທສະການ ໝາກໄມ້ LM ຄັ້ງທຳອິດໄດ້ເລີ່ມຈັດຂຶ້ນຢູ່ປັກກິ່ງ

lmcchina.org, July 19, 2021
Size:

ວັນທີ 5 ກໍລະກົດ, ງານເທສະການໝາກໄມ້ ລ້ານຊ້າງ-ແມ່ຂອງ (LM) ຄັ້ງທໍາອິດໄດ້ເປີດພິທີຢູ່ທີ່ປັກກິ່ງ. ງານມະຫາກໍາດັ່ງກ່າວແມ່ນກົມຮ່ວມມືສາກົນຂອງກະຊວງກະສິກຳ-ຊົນນະບົດສປຈີນ ເປັນເຈົ້າພາບ ແລະຈັດຂຶ້ນໂດຍສູນການຮ່ວມມືເສດຖະກິດຕ່າງປະເທດ.

ທ່ານ Wei Zhenglin ຮອງຫົວໜ້າກົມຮ່ວມມືສາກົນຂອງກະຊວງກະສິກຳ-ຊົນນະບົດ ກ່າວວ່າ, ໝາກໄມ້ແມ່ນຜົນຜະລິດກະສິກຳທີ່ສຳຄັນແລະແມ່ນປະເພດສິນຄ້າທີ່ສຳຄັນດ້ານການຄ້າໃນພາກພື້ນ LM. ງານມະຫາກໍາໝາກໄມ້ LM ຄັ້ງນີ້ ກໍແມ່ນປະຕິບັດຈຸດປະສົງຂອງການຮ່ວມມືພາຍໃຕ້ຄໍາຂວັນ ທີ່ “ພັດທະນາໄວ້ກ່ອນ ເຮັດແທ້ທໍາຈິງຢ່າງມີປະສິດທິຜົນສູງ”, ຊົມໃຊ້ໂອກາດພັດທະນາຮ່ວມກັນ, ຊຸກຍູ້ການຮ່ວມມືໃນການຜະລິດກະສິກຳຕ່າງໆ ເຊັ່ນ ໝາກໄມ້ໃນອະນຸພາກພື້ນ ໃຫ້ເຂົ້າສູ່ລວງເລິກຢ່າງຕໍ່ເນື່ອງ ສົ່ງເສີມຕ່າງຝ່າຍຕ່າງໄດ້ຜົນປະໂຫຍດແລະຮັບຜົນປະໂຫຍດຮ່ວມກັນ.

ທ່ານສະເໜີໃຫ້ບັນດາປະເທດສະມາຊິກສືບຕໍ່ລົງເລິກການຮ່ວມມືດ້ານເສດຖະກິດ-ການຄ້າ ວິທະຍາສາດແລະເຕັກໂນໂລຊີກະສິກຳ, ລົງເລິກການຮ່ວມມືໃນການສ້າງຂີດຄວາມສາມາດ, ການພັດທະນາສີຂຽວແລະຂົງເຂດອື່ນໆເພື່ອຍົກລະດັບການຮ່ວມມືດ້ານກະສິກຳ LM.

ໃນກອງປະຊຸມ, ທຸກຝ່າຍໄດ້ແລກປ່ຽນປະສົບການໃນການແກ້ໄຂຄວາມທຸກຍາກໃນອຸດສາຫະກຳ ໝາກໄມ້, ໄດ້ແລກປ່ຽນຄຳຄິດຄຳເຫັນກ່ຽວກັບສະພາບການ ແລະທ່າອ່ຽງພັດທະນາຂອງອຸດສາຫະກຳ ໝາກໄມ້ໃນພາກພື້ນ, ແລະໄດ້ປຶກສາຫາລືກ່ຽວກັບການເພີ່ມທະວີການຮ່ວມມືດ້ານການຄ້າແລະການລົງທຶນດ້ານອຸດສາຫະກຳໝາກໄມ້ຂອງບັນດາວິສາຫະກິດແລະໝູ່ບ້ານໃນປະເທດຕ່າງໆ.

ໃນໄລຍະເທສະການໝາກໄມ້, ມີຫຼາຍພັນຫ້າງຮ້ານຂອງບໍລິສັດໝາກໄມ້ທີ່ກ່ຽວຂ້ອງໃນຫລາຍກວ່າ 100 ເມືອງໃນທົ່ວປະເທດຈະເປີດກິດຈະກຳໂຄສະນາໝາກໄມ້ LM.