ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ອາຊີຕາເວັນອອກສຽງໃຕ້ຮ້າຍແຮງຂຶ້ນ ຍ້ອນໄວຣັດເດວຕາແຜ່ລະບາດຢ່າງວ່ອງໄວ

CRI, July 19, 2021
Size:

ໜັງສືພິມລຽນເຮີຈາວປ້າວຂອງສິງກະໂປສະບັບວັນທີ 16 ກໍລະກົດນີ້ ໄດ້ລາຍງານໂດຍອີງໃສ່ຂໍ້ມູນຈາກມະຫາວິທະຍາໄລຈອນສ ຮອບກິນສຂອງອາເມຣິກາວ່າ: ເນື່ອງຈາກວ່າເຊື້ອພະຍາດໂຄວິດ-19 ກາຍພັນເດວຕາໄດ້ແຜ່ລະບາດຢ່າງວ່ອງໄວ ແລະການສັກວັກຊີນໂຄວິດ-19 ໄດ້ດຳເນີນໄປຢ່າງຊັກຊ້າ, ອາຊີຕາເວັນອອກສຽງໃຕ້ ໄດ້ກາຍເປັນໜຶ່ງໃນເຂດແຄວ້ນຕ່າງໆທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ຮ້າຍແຮງທີ່ສຸດ. ໃນອາທິດທີ່ຜ່ານມາ, ຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ຢູ່ອາຊີຕາເວັນອອກສຽງໃຕ້ໄດ້ເພີ່ມຂຶ້ນ 41%, ຜູ້ຕິດເຊື້ອພະຍາດເພີ່ມໃໝ່ມີຫຼາຍກວ່າ 5 ແສນກໍລະນີ. ມາຮອດປັດຈຸບັນ, ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດຢູ່ອາຊີຕາເວັນອອກສຽງໃຕ້ໄດ້ລື່ນກາຍອາເມຣິກາລາຕິນ ແລະອິນເດຍ ເຊິ່ງເປັນເຂດທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ຮ້າຍແຮງທີ່ສຸດ.