ມຽນມາເລັ່ງສັ່ງຊື້ວັກຊີນຈາກຈີນ ແລະຣັດເຊຍ ເພື່ອຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ຮອບທີ 3

CRI, July 19, 2021
Size:

ເພື່ອຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ຮອບທີ 3 ທີ່ນັບມື້ນັບຮ້າຍແຮງຂຶ້ນ, ພາກສ່ວນສາທາລະນະສຸກຂອງມຽນມາໄດ້ເລັ່ງການສັ່ງຊື້ ແລະສັກວັກຊີນໂຄວິດ-19. ວັນທີ 14 ກໍລະກົດນີ້, ກະຊວງສາທາລະນະສຸກ ແລະກິລາມຽນມາໄດ້ແຈ້ງຂ່າວວ່າ ໄດ້ສັ່ງຊື້ວັກຊີນໂຄວິດ-19 ຈາກຈີນ ເຊິ່ງຈຳນວນໜຶ່ງຈະຖືກຂົນສົ່ງໄປຮອດມຽນມາໃນທ້າຍເດືອນກໍລະກົດນີ້ ແລະສ່ວນທີ່ເຫຼືອຈະຖືກຂົ່ນສົ່ງໄປມຽນມາໃນອາທິດທຳອິດຂອງເດືອນສິງຫາໜ້ານີ້. ນອກນີ້, ວັກຊີນໂຄວິດ-19 ທີ່ຈີນຊ່ວຍເຫຼືອມຽນມາ ກໍຈະຖືກຂົນສົ່ງໄປເຖິງມຽນມາໃນເດືອນສິງຫາໜ້ານີ້ເຊັ່ນກັນ. ຕາມຂ່າວແຈ້ງວ່າ: ມຽນມາຍັງໄດ້ຕິດຕໍ່ພົວພັນກັບຣັດເຊຍ, ອິນເດຍ ແລະປະເທດອື່ນໆຢ່າງໃກ້ຊິດ ເພື່ອໃຫ້ມີວັກຊີນໂຄວິດ-19 ຫຼາຍກວ່ານີ້ອີກ.

ຕາມສື່ມວນຊົນມຽນມາລາຍງານວ່າ: ປັດຈຸບັນ, ຢູ່ມຽນມາມີຈຳນວນຫຼາຍກວ່າ 1.750.000 ຄົນໄດ້ສັກວັກຊີນໂຄວິດ-19 ແລ້ວ ເຊິ່ງກວມເອົາ 3,22% ຂອງປະຊາກອນທັງໝົດຂອງມຽນມາ.