ໄຂເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ສື່ມວນ​ຊົນ “ຄູ່ຮ່ວມ​ອາ​ຊຽນ”2021 ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ

CRI, July 16, 2021
Size:

ໄຂເວທີປຶກສາຫາລືການຮ່ວມມືສື່ມວນຊົນ “ຄູ່ຮ່ວມອາຊຽນ”2021 ຢູ່ນະຄອນຫຼວງປັກກິ່ງ_fororder_1111111

ຕາມຂ່າວCRI: ເນື່ອງໃນໂອກາດທີ່ຈີນ-ອາຊຽນສ້າງຕັ້ງສາຍພົວພັນຄູ່ຮ່ວມສົນທະນາຄົບຮອບ 30 ປີ, ວັນທີ 14 ກໍລະກົດນີ້, ເວທີປຶກສາຫາລືການຮ່ວມມືດ້ານສື່ມວນຊົນ “ຄູ່ຮ່ວມອາຊຽນ”2021 ທີ່ຈັດຂຶ້ນໂດຍສະຖານີວິທະຍຸກະຈາຍສຽງແລະໂທລະພາບສູນກາງຈີນຫຼື CMG ໄດ້ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງຂອງຈີນ. ທ່ານເສີນ ໄຫ ຊົງ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ອຳນວຍການໃຫຍ່ທັງເປັນຫົວໜ້າບັນນາທິການຂອງ CMG  ໄດ້ເຂົ້າຮ່ວມກອງປະຊຸມແລະກ່າວຄຳປາໄສ. CMG ໄດ້ດຳເນີນການສົນທະນາກັບແຂກຈີນແລະຕ່າງປະເທດເກືອບ 100  ທ່ານທີ່ມາຈາກສື່ມວນຊົນແລະອົງການ 33 ແຫ່ງຂອງ 15 ປະເທດຜ່ານທາງອອນລາຍແລະອອຟລາຍ.

ໄຂເວທີປຶກສາຫາລືການຮ່ວມມືສື່ມວນຊົນ “ຄູ່ຮ່ວມອາຊຽນ”2021 ຢູ່ນະຄອນຫຼວງປັກກິ່ງ_fororder_2222222222

ທ່ານເສີ້ນ ໄຫ ຊົງກ່າວຄຳປາໄສວ່າ, ໃນຊຸມປີມໍ່ໆມານີ້, CMG ກັບສື່ມວນຊົນຕ່າງໆຂອງບັນດາປະເທດອາຊຽນໄດ້ດຳເນີນການຮ່ວມມືແລະແລກປ່ຽນກັນດ້ວຍຫຼາຍຮູບແບບແລະຫຼາຍລະດັບ, ເຊິ່ງໄດ້ຊຸກຍູ້ຄວາມເຂົ້າໃຈກັນແລະຄວາມໄວ້ເນື້ອເຊື່ອໃຈກັນລະຫວ່າງປະຊາຊົນບັນດາປະເທດມີປະສິດທິຜົນ. CMG ຍິນດີຕ້ອນຮັບສື່ມວນຊົນຂອງປະເທດອາຊຽນຫຼາຍກວ່າເກົ່າມາເລົ່າເລື່ອງກ່ຽວກັບຈີນ, ກ່ຽວກັບອາຊຽນຢ່າງພາວະວິໄສແລະສອດຄ່ອງກັບສະພາບຕົວຈິງ, ຮ່ວມກັນເລົ່າເລື່ອງກ່ຽວກັບການຮ່ວມມືແລະການແລກປ່ຽນລະຫວ່າງຈີນ-ອາຊຽນໃຫ້ດີ.

ໃນເວທີປຶກສາຫາລືຄັ້ງນີ້, ຜູ້ຮັບຜິດຊອບຂອງສູນລາຍການທະວີບອາຊີແລະທະວີບອາຟຣິກາແລະທ່ານອື່ນໆໄດ້ຮ່ວມກັນເປີດສາດກິດຈະກຳ “ໂຮງຮູບເງົາກາງແຈ້ງຕາມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ”ປີ 2021.