ນັບແຕ່ວັນທີ 14 ກໍລະກົດເປັນຕົ້ນໄປ, ຄົນຕ່າງປະເທດທີ່ອາໄສຢູ່ເມືອງຄຸນໝິງສາມາດນັດໝາຍເພື່ອສັກວັກຊິນໂຄວິດ-19

Yunnan Gateway, July 16, 2021
Size:

ເລີ່ມແຕ່ວັນທີ 14 ກໍລະກົດນີ້ເປັນຕົ້ນໄປ, ຄົນຕ່າງປະເທດທີ່ອາໄສຢູ່ເມືອງຄຸນໝິງທີ່ມີອາຍຸ 18 ປີຂຶ້ນໄປ ແລະ ມີເງື່ອນໄຂໃນການສັກວັກຊິນໂຄວິດ-19, ສາມາດນັດໝາຍລ່ວງໜ້າເພື່ອຮັບການສັກວັກຊິນໂຄວິດ-19. ຜູ້ສັກວັກຊິນຈຳ ເປັນຕ້ອງສັກວັກຊີນ 2 ເຂັມ (ໂດສ), ໄລຍະຫ່າງລະຫວ່າງສອງເຂັມແມ່ນ 21 ມື້. ການສັກວັກຊິນເຂັມທຳອິດແມ່ນລະຫວ່າງວັນທີ 14-18 ກໍລະກົດ ປີ 2021 (ເວລາ 08: 30-17: 00 ຂອງທຸກໆມື້); ເຂັມທີສອງແມ່ນລະຫວ່າງວັນທີ 5-9 ສິງຫາປີ 2021 (ເວລາ 08: 30-17: 00 ຂອງທຸກໆມື້). ສະຖານທີ່ສັກວັກຊີນມີໂຮງໝໍຢຽນອານຄຸນໝິງ, ໂຮງໝໍການເມີຍ ໂຮງໝໍປະຊາຊົນເລກໜຶ່ງຄຸນໝິງ, ແລະ ໂຮງໝໍຢາພື້ນເມືອງຈີນຄຸນໝິງ ເຂດເຊິງກົງ. ການສັກວັກຊີນສອງຄັ້ງຂອງແຕ່ລະຄົນຕ້ອງສັກໃຫ້ສຳເລັດຢູ່ໂຮງໝໍດຽວກັນ.

ໃນເວລາທີ່ນັດໝາຍ ແລະ ສັກວັກຊີນໂຄວິດ-19 ຄົນຕ່າງປະເທດຕ້ອງຍື່ນບັດປະຈຳຕົວຂອງຜູ້ຢູ່ອາໄສຖາວອນໃນ ສປ ຈີນ ຫຼື ໜັງສືເດີນທາງ ແລະ ໃບອະນຸຍາດພັກເຊົາທີ່ຖືກຕ້ອງ. ຜູ້ທີ່ມີປະກັນໄພສຸຂະພາບ, ຕ້ອງຖືເອົາໃບທະບຽນປະກັນໄພທີ່ຖືກຕ້ອງ (ບັດປະກັນສັງຄົມ) ແລະ ບັດປະກັນສັງຄົມສະບັບສຳເນົາໜຶ່ງສະບັບ.

ຄົນຕ່າງປະເທດທີ່ເຂົ້າຮ່ວມປະກັນສຸຂະພາບ-ປະກັນສັງຄົມຂອງປະເທດຈີນສາມາດໄດ້ຮັບການສັກວັກຊິນໂຄວິດ-19 ໂດຍບໍ່ເສຍຄ່າ. ຄົນຕ່າງປະເທດທີ່ບໍ່ໄດ້ເຂົ້າຮ່ວມປະກັນສຸຂະພາບ-ປະກັນສັງຄົມຂອງປະເທດຈີນ ແລະ ປາຖະໜາ ທີ່ຈະສັກວັກຊີນໂຄວິດ-19 ຕ້ອງເສຍຄ່າໃຊ້ຈ່າຍເອງ, ຄ່າໃຊ້ຈ່າຍແມ່ນ 100 ຢວນ / ຄັ້ງ (ລວມຄ່າວັກຊີນ ແລະ ຄ່າບໍລິການສັກວັກຊິນໂຄວິດ-19), ແລະ ຮັບການຊຳລະດ້ວຍເງິນສົດ (ຢວນ RMB) ເທົ່ານັ້ນ.

ກ່ອນທີ່ຈະສັກວັກຊິນໂຄວິດ-19, ຄົນຕ່າງປະເທດຕ້ອງຕື່ນໂຕໃນການແຈ້ງສະພາບທາງດ້ານຮ່າງກາຍຂອງຕົນເອງໃຫ້ແກ່ພະນັກງານການແພດ. ຫຼັງຈາກການສັກວັກຊິນໂຄວິດ-19ສຳເລັດແລ້ວ, ໃຫ້ຢູ່ສັງເກດອາການໃນສະຖານທີ່ສັກວັກຊິນເປັນເວລາ 30 ນາທີ ແລະ ຖ້າບໍ່ມີອາການຜິດປົກກະຕິຈຶ່ງສາມາດອອກຈາກສະຖານທີ່ສັກວັກຊິນໄດ້.