ຄະ​ນະ​ກຳ​ມະ​ການ​ການ​ເລືອກ​ຕັ້ງ​ມຽນ​ມາ​ເປີດ​ເຜີຍ​ຜົນ​ການກວດ​ກາ​ສະ​ພາບ​ສໍ້​ໂກງ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ປີ 2020

CRI, July 15, 2021
Size:

ຕອນຄ່ຳວັນທີ 8 ກໍລະກົດນີ້ຕາມເວລາທ້ອງຖິ່ນ, ຄະນະກຳມະການການເລືອກຕັ້ງມຽນມາໄດ້ເປີດເຜີຍຜົນການກວດກາສະພາບສໍ້ໂກງໃນການເລືອກຕັ້ງທົ່ວໄປປີ 2020, ອີງຕາມການປຽບທຽບຕໍ່ບັນຊີລາຍຊື່ຜູ້ປ່ອນບັດເລືອກຕັ້ງແລະບັດເລືອກຕັ້ງຢູ່ 315 ຕາແສງແລະເຂດແລ້ວໄດ້ພົບເຫັນວ່າ:ມີຫຼາຍກວ່າ 11,3 ລ້ານກໍລະນີເກີດມີຄວາມຜິດພາດ, ໃນນັ້ນ, ລວມທັງກໍລະນີທີ່ຜູ້ຄົນທີ່ບໍ່ມີບັດປະຈຳຕົວໄດ້ເຂົ້າຮ່ວມການປ່ອນບັດ, ມີບັດປະຈຳຕົວໃບດຽວໃນບັນຊີລາຍຊື່ຂອງຜູ້ມີສິດເລືອກຕັ້ງພັດມີ 2 ຫາ 3 ຄົນພ້ອມທັງຜູ້ທີ່ມີອາຍຸບໍ່ຮອດ 15 ປີໄດ້ເຂົ້າຮ່ວມການປ່ອນບັດແລະກໍລະນີອື່ນໆ.

ມຽນມາໄດ້ຈັດການເລືອກຕັ້ງທົ່ວໄປພາຍໃຕ້ລະບອບຫຼາຍພັກໃນວັນທີ 8 ພະຈິກໃນປີຜ່ານມາ, ພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ(NLD) ເຊິ່ງເປັນພັກກຳອຳນາດຂອງມຽນມາໄດ້ຮັບໄຊຊະນະດ້ວຍສຽງຖ້ວມທົ້ນໃນການເລືອກຕັ້ງທົ່ວໄປຄັ້ງນີ້. ແຕ່ຫຼັງການເລືອກຕັ້ງ, ກອງທັບມຽນມາແລະພັກສາມັກຄີແລະພັດທະນາສະຫະພັນມຽນມາ(USDP)ເຫັນວ່າໄດ້ເກີດມີສະພາບສໍ້ໂກງທີ່ໜັກໜ່ວງໃນການເລືອກຕັ້ງທົ່ວໄປ, ສ່ວນລັດຖະບານຂອງພັກ NLD ປະຕິເສດດຳເນີນການກວດກາຕໍ່ຜົນການເລືອກຕັ້ງທົ່ວໄປ.

ການກວດກາກ່ຽວກັບຜົນການເລືອກຕັ້ງທົ່ວໄປໃນຄັ້ງນີ້ໄດ້ເລີ່ມດຳເນີນໃນວັນທີ 16 ກຸມພາປີນີ້,ແລະໄດ້ສິ້ນສຸດລົງໃນວັນທີ 7 ກໍລະກົດນີ້,ໃຊ້ເວລາເກືອບ 5 ເດືອນ.