ມຽນມາຮັບສະໝັກອາສາສະໝັກ ເພື່ອຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ຮອບທີ 3

CRI, July 15, 2021
Size:

ວັນທີ 13 ກໍລະກົດນີ້, ກະຊວງສາທາລະນະສຸກ ແລະກິລາມຽນມາໄດ້ອອກຖະແຫຼງການວ່າ: ເພື່ອຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ຮອບທີ 3 ທີ່ແຜ່ລະບາດຢ່າງວ່ອງໄວ, ລັດຖະບານມຽນມາໄດ້ປະກາດຮັບສະໝັກອາສາສະໝັກຢູ່ໃນສັງຄົມ, ອາສາສະໝັກຈຳນວນໜຶ່ງຈະຖືກແຕ່ງຕັ້ງໄປເຮັດວຽກຢູ່ເຂດຫ່າງໄກສອກຫຼີກທີ່ເດີນທາງຍາກ ແຕ່ມີການແຜ່ລະບາດຂອງພະຍາດຢ່າງຮ້າຍແຮງ, ພ້ອມດຽວກັນນັ້ນ, ມຽນມາກໍໄດ້ສະແດງຄວາມຍິນດີຕ້ອນຮັບອາສາສະໝັກທີ່ສະໝັກໃຈເຂົ້າຮ່ວມວຽກງານປ້ອງກັນພະຍາດຢູ່ເຂດຊຸມຊົນ. ກະຊວງສາທາລະນະສຸກມຽນມາຈະຮັບຜິດຊອບເຄື່ອງອຸປະກອນປ້ອງກັນພະຍາດ, ຄ່າກິນ ແລະຄ່າພັກເຊົາຂອງອາສາສະໝັກ.