ລັດ​ຖະ​ບານ​ໄທ​ເປີດເຜີຍ​​ແຜນ​ການ​ສັກ​ວັກ​ຊິນ​ສະ​ບັບ​ໃໝ່​ໃຫ້​ສັກ​ວັກ​ຊິນ​ປະ​ເພດ​ຕ່າງ​ກັນ​ປົນ​ກັນ​ໄດ້

CRI, July 14, 2021
Size:

ວັນທີ 12 ກໍລະກົດນີ້, ທ່ານອານຸທິນ ຊານວິຣາກຸນ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງສາທາລະນະສຸກໄທ ໄດ້ປະກາດມະຕິຂອງກອງປະຊຸມຄະນະກຳມາທິການພະຍາດຕິດແປດແຫ່ງຊາດ ທີ່ຮັບຮອງໃນມື້ດຽວກັນວ່າ: ເພື່ອສະກັດກັ້ນບໍ່ໃຫ້ພະຍາດໂຄວິດ-19 ສາຍພັນເດວຕາແຜ່ລະບາດໃນຂອບເຂດທົ່ວປະເທດຢ່າງວ່ອງໄວ, ລັດຖະບານໄທໄດ້ຕົກລົງຈະປະຕິບັດແຜນການສັກວັກຊິນສະບັບໃໝ່, ຄື: ຈະໃຫ້ສັກວັກຊິນປະເພດຕ່າງກັນປົນກັນໄດ້, ການສັກວັກຊິນ 2 ເຂັມໃຫ້ມີໄລຍະຫ່າງກັນ 3 ຫາ 4 ອາທິດ.

ການທົດລອງຕາມທາງຄລິນິກຢູ່ກ່ອນໜ້ານີ້ໄດ້ພິສູດວ່າ: ການສັກວັກຊິນແບບນີ້ສາມາດເພີ່ມປະສິດທິພາບຂອງວັກຊິນໃນການປ້ອງກັນເຊື້ອພະຍາດໂຄວິດ-19 ສາຍພັນເດວຕາໄດ້ໃນໄລຍະສັ້ນ. ນອກນີ້, ພະນັກງານການແພດທີ່ໄດ້ສັກວັກຊິນຄົບ 2 ເຂັມມາກ່ອນແລ້ວ ຈະເລີ່ມການສັກວັກຊິນເຂັມທີ 3.