ມຽນ​ມາ​ໄດ້​ປະ​ກາດຄຳ​ສັ່ງ​ຫ້າມ​ສັນ​ຈອນ​ໄປ​ມາ​ເພື່ອ​ປ້ອງ​ກັນ​​ແລະຄວບ​ຄຸມ​ການແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເພີ່​ມ​ອີກ 18 ເຂດ

CRI, July 14, 2021
Size:

ຕອນຄ່ຳວັນທີ 11 ກໍລະກົດນີ້ຕາມເວລາທ້ອງຖິ່ນ, ກະຊວງສາທາລະນະສຸກແລະກິລາມຽນມາປະກາດວ່າ: ໄດ້ປະຕິບັດຄຳສັ່ງຫ້າມສັນຈອນໄປມາເພື່ອປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ເພີ່ມອີກ 18 ເຂດ, ຄຳສັ່ງຈະເລີ່ມປະຕິບັດແຕ່ເວລາ 4 ໂມງຂອງວັນທີ 12 ກໍລະກົດນີ້. ນັບມາຮອດປັດຈຸບັນ, ເຂດທີ່ປະຕິບັດຄຳສັ່ງຫ້າມສັນຈອນໄປມາເພື່ອປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ມຽນມາມີເຖິງ 57 ແຫ່ງ.

ພ້ອມດຽວກັນນີ້, ພາກສ່ວນສາທາລະນະສຸກມຽນມາຍັງໄດ້ປະກາດວ່າ: ໃນຈຳນວນ 10.117 ຕົວຢ່າງທີ່ສົ່ງໄປກວດຫາເຊື້ອພະຍາດໃນວັນທີ 11 ກໍລະກົດນີ້, ໄດ້ກວດພົບຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ຈຳນວນ 3461 ກໍລະນີ, ອັດຕາພົບເຊື້ອພະຍາດມີເຖິງ 34%, ໃນມື້ດຽວກັນ, ຍັງມີຜູ້ເສຍຊີວິດຍ້ອນເປັນພະຍາດໂຄວິດ-19 ເພີ່ມຈຳນວນ 82 ຄົນ, ເຊິ່ງເປັນລະດັບສູງສຸດພາຍຫຼັງມຽນມາເກີດມີການແຜ່ລະບາດເປັນຕົ້ນມາ. ໄລຍະມໍ່ໆມານີ້, ພະຍາດໂຄວິດ-19 ໄດ້ແຜ່ລະບາດຢ່າງວ່ອງໄວຢູ່ມຽນມາ, ປັດຈຸບັນ, ໄດ້ເກີດມີສະພາບການທີ່ອົງການປິ່ນປົວບໍ່ສາມາດຮັບຜູ້ເປັນພະຍາດໄດ້ທັງໝົດ ແລະຄົນເຈັບຍາດຊື້ເຄື່ອງຊ່ວຍຫາຍໃຈ.