ມຽນມາມີ​ຫຼາຍ​ກວ່າ 300000 ຄົນສະ​ເໜີ​ຊື່​ສັກ​ວັກ​ຊີ​ນໂຄ​ວິດ-19 ຈີນ

CRI, July 13, 2021
Size:

ໃນໄລຍະ 1 ເດືອນກວ່າຜ່ານມາ, ມຽນມາໄດ້ເກີດການລະບາດພະຍາດໂຄວິດ-19 ຢ່າງຮ້າຍແຮງຮອບທີ 3 ແລະແຜ່ລະບາດໃນທົ່ວປະເທດຢ່າງວ່ອງໄວ. ກະຊວງສາທາລະນະສຸກ ແລະກິລາມຽນມາໄດ້ປະຕິບັດມາດຕະການຕ່າງໆເພື່ອເພີ່ມທະວີການປ້ອງກັນພະຍາດ, ໃນຂະນະດຽວກັນຍັງປຸກລະດົມໃຫ້ວິສາຫະກິດເອກະຊົນ ແລະອົງການຈັດຕັ້ງປະຊາຊົນຈັດຊື້ວັກຊີນຈາກຕ່າງປະເທດກ ນັບແຕ່ທ້າຍເດືອນມິຖຸນາແລ້ວນີ້ເປັນຕົ້ນມາ, ສະພາການຄ້າຊາວຈີນຕ່າງດ້າວປະຈຳມຽນມາໄດ້ຈັດກິດຈະກຳລະດົມທຶນຈັດຊື້ວັກຊີນໂຄວິດ-19 ຈາກຈີນ, ສະພາຊາວຟູຈ້ຽນຢູ່ມຽນມາ, ສະພາແຂວງຢຸນານປະຈຳນະຄອນຢາງກຸ້ງມຽນມາ, ສະພາອຸດສາຫະກຳການຄ້າແຂວງກວາງຕຸ່ງປະຈຳມຽນມາ, ສະຫະພັນອຸດສາຫະກຳການຄ້າມຽນມາ, ເວັບໄຊພາສາຈີນ-ມຽນມາ ແລະອົງການຈັດຕັ້ງທາງສັງຄົມ ແລະວິສາຫະກິດຈຳນວນໜຶ່ງກໍຕັ້ງໜ້າເຂົ້າຮ່ວມກິດຈະກຳດັ່ງກ່າວ. ມາຮອດວັນທີ 9 ກໍລະກົດນີ້, ມີຫຼາຍວ່າ 300000 ຄົນໄດ້ສະເໜີຊື່ແລ້ວ. ປັດຈຸບັນນີ້,ຝ່າຍເຈົ້າພາບໄດ້ຢືນຢັນຈະແກ່ຍາວເວລາສະເໜີຊື່ ເພື່ອໃຫ້ປະຊາຊົນມຽນມາຫຼາຍກວ່າເກົ່າສາມາດສັກວັກຊີນປ້ອງກັນພະຍາດໂຄວິດ-19 ຈີນໂດຍຜ່ານກິດຈະກຳຄັ້ງນີ້.