ໄທປະຕິບັດຮູບແບບການປິ່ນປົວຢູ່ເຮືອນ ແລະເຂດຊຸມຊົນຍ້ອນໂຮງໝໍຊົ່ວຄາວໃຫຍ່ທີ່ສຸດຂອງໄທເຕັມແລ້ວ

CRI, July 13, 2021
Size:

ວັນທີ 11 ກໍລະກົດນີ້, ສື່ມວນຊົນໄທໄດ້ລາຍງານວ່າ: ໂຮງໝໍຊົ່ວຄາວໃຫຍ່ທີ່ສຸດຂອງໄທ ທີ່ດັດແປງຈາກສູນວາງສະແດງສາກົນເມືອງທອງທານີ ທີ່ແຂວງນົນທະບູລີ ໄດ້ຮັບປິ່ນປົວຄົນເຈັບເຕັມແລ້ວ. ຜູ້ຖືກບົ່ງມະຕິຕິດພະຍາດໂຄວິດ-19 ທີ່ລໍຖ້າເຂົ້າໂຮງໝໍດັ່ງກ່າວ ນອນຢູ່ໃນເຂດພັກຜ່ອນທີ່ຢູ່ນອກຫ້ອງປິ່ນປົວ.

ສະພາບການແຜ່ລະບາດພະຍາດໂຄວິດ-19 ຢູ່ໄທນັບມື້ນັບຮ້າຍແຮງຂຶ້ນ, ຜູ້ຖືກບົ່ງມະຕິເພີ່ມໃໝ່ຕໍ່ມື້ຫຼາຍກວ່າ 9000 ກໍລະນີເປັນ 3 ມື້ຕິດຕໍ່ກັນແລ້ວ, ໂຮງໝໍຂາດເຂີນຕຽງຄົນເຈັບຢ່າງຫຼວງຫຼາຍ. ເພື່ອບັນເທົາບັນຫານີ້, ກະຊວງສາທາລະນະສຸກໄທກຳລັງປະຕິບັດຮູບແບບປິ່ນປົວຢູ່ເຮືອນ ແລະເຂດຊຸມຊົນ ໂດຍສະເໜີໃຫ້ຄົນເຈັບທີ່ບໍ່ສະແດງອາການ ແລະຄົນເຈັບທີ່ມີອາການເບົານັ້ນ ກັກບໍລິເວນ ແລະປິ່ນປົວຢູ່ເຮືອນ, ພາກສ່ວນທີ່ກ່ຽວຂ້ອງຈະຈັດສັນແພດໝໍຂອງເຂດຊຸມຊົນເພື່ອໃຫ້ການບໍລິການດ້ານການປິ່ນປົວ.

ພ້ອມດຽວກັນນັ້ນ, ກະຊວງສາທາລະນະສຸກ ແລະກະຊວງຄົມມະນາຄົມໄທ ໄດ້ເລືອກ ແລະຈະສ້າງໂຮງໝໍຊົ່ວຄາວຂະໜາດໃຫຍ່ແຫ່ງໃໝ່ ເຊິ່ງໄດ້ວາງແຜນຈະດັດແປງອາຄານຜູ້ໂດຍສານຫຼັງໃໝ່ຂອງສະໜາມບິນສາກົນສຸວັນນະພູມ ໃຫ້ກາຍເປັນໂຮງໝໍຊົ່ວຄາວທີ່ສາມາດບັນຈຸຕຽງຄົນເຈັບໄດ້ 5.000 ຕຽງ.