ຍອດ​ປະ​ລິ​ມານ​ຜະ​ລິດ​ໄຟ​ຟ້າ​ຂອງໂຄງ​ການ​ເຂື່ອນ​ໄຟ​ຟ້າ​ໄລ​ຍະ 1 ​ຕາມ​ນ້ຳ​ອູ​ໄດ້ຫຼາຍກວ່າ 6 ຕື້​ກິ​ໂລ​ວັດ​ໂມງ

CRI, July 12, 2021
Size:

ວັນທີ 28 ມິຖຸນາຜ່ານມານີ້, ຍອດປະລິມານຜະລິດໄຟຟ້າຂອງເຂື່ອນໄຟຟ້າເລກ 2, ເລກ 5 ແລະ ເລກ 6 ໃນໂຄງການເຂື່ອນໄຟຟ້າໄລຍະ 1 ຕາມນ້ຳອູ ຂອງບໍລິສັດ POWER CHINA ລວມທັງໝົດໄດ້ຫຼາຍກວ່າ 6 ຕື້ກິໂລວັດໂມງ. ເຄື່ອງຈັກຜະລິດໄຟຟ້າໃນ 3 ເຂື່ອນໄຟຟ້າດັ່ງກ່າວແມ່ນ 5 ແສນ 4 ໝື່ນກິໂລວັດ, ເລີ່ມຜະລິດໄຟຟ້າແຕ່ເດືອນທັນວາປີ 2015 ແລະ ຜະລິດໄຟຟ້າຢ່າງຮອບດ້ານໃນເດືອນເມສາປີ 2016.

ນັບແຕ່ເລີ່ມຜະລິດໄຟຟ້າຈົນເຖິງປັດຈຸບັນນີ້, ໂຄງການເຂື່ອນໄຟຟ້າໄລຍະໜຶ່ງຕາມນ້ຳອູ ໄດ້ສະໜອງໄຟຟ້າທີ່ມີຄຸນນະພາບສູງຢ່າງໝັ້ນທ່ຽງໃຫ້ແກ່ການພັດທະນາເສດຖະກິດສັງຄົມຂອງ ສປປ ລາວ, ການສ້າງເຂື່ອນໄຟຟ້າໄດ້ປັບປຸງພື້ນຖານໂຄງລ່າງຂອງລຳແມ່ນ້ຳໃຫ້ດີຂຶ້ນ, ໄດ້ເສີມຂະຫຍາຍບົດບາດສັງລວມຕ່າງໆ ເຊັ່ນ: ປ້ອງກັນໄພນ້ຳຖ້ວມ, ເປັ່ງນ້ຳເຂົ້ານາ ແລະ ຜະລິດໄຟຟ້າເປັນຕົ້ນ ເຊິ່ງໄດ້ຊຸກຍູ້ການປະກອບອາຊີບ, ການອະນຸລັກສິ່ງແວດລ້ອມນິເວດ, ການພັດທະນາຂອງຂະແໜງການທີ່ກ່ຽວຂ້ອງ ແລະ ຂະແໜງການສາທາລະນະປະໂຫຍດຂອງທ້ອງຖິ່ນ. ໃນຂະບວນການກໍ່ສ້າງເຂື່ອນໄຟຟ້າ, ໄດ້ສ້າງບ້ານໃໝ່ໃຫ້ແກ່ປະຊາຊົນຜູ້ຍົກຍ້າຍຖິ່ນຖານ ພ້ອມທັງໄດ້ສ້າງທ່າເຮືອ, ໂຮງຮຽນ, ຕະຫຼາດ, ໂຮງໝໍ ແລະ ວັດໃຫ້ແກ່ບ້ານຂອງຊາວຍົກຍ້າຍຖິ່ນຖານ, ໄດ້ປັບປຸງເງື່ອນໄຂດ້ານພື້ນຖານໂຄງລ່າງຂອງທ້ອງຖິ່ນໃຫ້ດີຂຶ້ນຢ່າງຈະແຈ້ງ.