ກອງ​ເລ​ຂາ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ໄດ້​ປຶກ​ສາ​ຫາ​ລື​ກັບຫຼາຍ​ປະ​ເທດ ເພື່ອ​ກະ​ກຽມ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ໃນ​ປີ​ນີ້

CRI, July 12, 2021
Size:

ນັບແຕ່ວັນທີ 7 ຫາວັນທີ 9 ກໍລະກົດນີ້, ກອງເລຂາງານວາງສະແດງສິນຄ້າຈີນ-ອາຊຽນໄດ້ແຍກອອກປຶກສາຫາລືກັບຫຼາຍປະເທດເຈົ້າພາບຮ່ວມ ເຊັ່ນ: ລາວ, ສິງກະໂປ, ມາເລເຊຍ ແລະ ໄທເປັນຕົ້ນ ໂດຍຜ່ານທາງວິດີໂອ, ຮ່ວມກັນປຶກສາຫາລືວຽກງານກະກຽມໃຫ້ແກ່ການເຊື້ອເຊີນຜູ້ນຳ, ການດຶງດູດນັກທຸລະກິດເຂົ້າຮ່ວມ ແລະ ການຈັດກິດຈະກຳສົ່ງເສີມການລົງທຶນຂອງງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 18.

ໃນການປຶກສາຫາລືກັນ, ເຈົ້າໜ້າທີ່ກະຊວງອຸດສາຫະກຳການຄ້າ ແຫ່ງ ສປປ ລາວກ່າວວ່າ: ປີນີ້, ສປປ ລາວຈະສືບຕໍ່ເປັນປະເທດເຈົ້າພາບຮ່ວມໃນງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 18, ຝ່າຍລາວຈະຕັ້ງໜ້າຊຸກຍູ້ໃຫ້ຜູ້ນຳ ສປປ ລາວອັດວິດີໂອກ່າວຄຳປາໄສໃນພິທີໄຂງານປີນີ້, ວາງແຜນພິທີເປີດຫໍວາງສະແດງແຫ່ງຊາດລາວ, ຈັດກິດຈະກຳສົ່ງເສີມການລົງທຶນ ແລະ ກິດຈະກຳອື່ນໆໂດຍຜ່ານທາງອອນລາຍ, ເນັ້ນໃສ່ໂຄສະນາເຜີຍແຜ່ນະໂຍບາຍການລົງທຶນ, ໂຄງການໃນສວນອຸດສາຫະກຳ ແລະ ຂະແໜງການທ່ອງທ່ຽວຂອງແຂວງສະຫວັນນະເຂດ ທີ່ເປັນເມືອງສະເໜ່ໃນງານວາງສະແດງສິນຄ້າຈີນ-ອາຊຽນໃນປີນີ້. ປັດຈຸບັນ, ມີວິສາຫະກິດລາວ 23 ແຫ່ງໄດ້ສະເໜີຊື່ເຂົ້າຮ່ວມງານວາງສະແດງຕົວຈິງທີ່ຈັດຂຶ້ນຢູ່ນະຄອນໜານໜິງ, ຕົ້ນຕໍວາງສະແດງຜະລິດຕະພັນກະສິກຳ, ອາຫານແລະເຄື່ອງດື່ມ, ເຄື່ອງຫັດຖະກຳ ແລະ ຜະລິດຕະພັນທ່ອງທ່ຽວເປັນຕົ້ນ.