ເຂື່ອນໄຟຟ້ານໍ້າກົງ 1 ໄດ້ສໍາເລັດການຕິດຕັ້ງລະບົບທັງໝົດ ແລະ ເລີ່ມຕົ້ນຜະລິດໄຟຟ້າແລ້ວ

lmcchina.org, July 9, 2021
Size:

ໃນເວລາ 16 ໂມງ 30 ນາທີຂອງ ວັນທີ 29 ມິຖຸນາ ທີ່ຜ່ານມາ, ເຂື່ອນໄຟຟ້ານໍ້າກົງ 1 ໄດ້ສໍາເລັດການທົດລອງໃຊ້ຈັກປັ່ນໄຟໜ່ວຍທີ 2 ເປັນເວລາ 72 ຊົ່ວໂມງ, ເຊິ່ງເປັນຂີດໝາຍທີ່ຈັກປັ່ນໄຟທັງ 2  ໜ່ວຍຂອງເຂື່ອນໄຟຟ້ານໍ້າກົງ 1 ໄດ້ເປີດນໍາໃຊ້ ແລະ ຜະລິດໄຟຟ້າຢ່າງເປັນທາງການແລ້ວ, ຜົນສຳເລັດດັ່ງກ່າວນີ້ ໄດ້ເປັນການບັນລຸອີກເປົ້າໝາຍໜຶ່ງທີ່ສໍາຄັນ ພາຍຫຼັງໄດ້ສໍາເລັດການທົດລອງຈັກປັ່ນໄຟໜ່ວຍທໍາອິດດ້ວຍເວລາ 72 ຊົ່ວໂມງໃນເວລາ 17 ໂມງ 30 ນາທີຂອງ ວັນທີ 25 ມິຖຸນາ ທີ່ຜ່ານມາ.

ປີ 2021 ແມ່ນປີຄົບຮອບ 60 ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຈີນ-ລາວ ແລະ ເປັນປີມິດຕະພາບລະຫວ່າງສອງປະເທດ ຈີນ-ລາວ. ໃນຖານະເປັນໂຄງການເຂື່ອນໄຟຟ້ານໍ້າຕົກ BOOT ແຫ່ງທີ 3 ທີ່ບໍລິສັດໄຟຟ້າພະລັງງານນໍ້າຈີນສານເຊ່ຍ (Three Gorges Corporation China) ເປັນຜູ້ລົງທຶນ ແລະ ດຳເນີນການກໍ່ສ້າງຢູ່ ສປປ ລາວ, ໂຄງການເຂື່ອນໄຟຟ້ານໍ້າກົງ 1 ແມ່ນໝາກຜົນແຫ່ງການຮ່ວມມືລະຫວ່າງ ຈີນ-ລາວ ທີ່ມີໝາກຜົນອັນອຸດົມສົມບູນ ພາຍໃຕ້ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ, ທັງແມ່ນຕົວແບບຂອງການຮ່ວມມືທີ່ເປັນຮູບປະທໍາ ແລະ ແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດລະຫວ່າງສອງປະເທດ ຈີນ-ລາວ.

ເຂື່ອນໄຟຟ້ານໍ້າກົງ 1 ຕັ້ງຢູ່ເທິງແມ່ນໍ້າກົງ ແຂວງອັດຕະປື ພາກໃຕ້ຂອງປະເທດລາວ, ເປັນເຂດທີ່ມີຊາຍແດນຕິດຈອດກັນລະຫວ່າງ 3 ປະເທດ ລາວ, ຫວຽດນາມ ແລະ ກໍາປູເຈຍ, ການກໍ່ສ້າງເຂື່ອນດັ່ງກ່າວ ແມ່ນເພື່ອດຳເນີິນການຜະລິດໄຟຟ້າເປັນຫຼັກ, ທັງຄຳນຶງເຖິງການປ້ອງກັນນໍ້າຖ້ວມ, ຮັບປະກັນດ້ານຊົນລະປະທານ, ການທ່ອງທ່ຽວ ແລະ ປະສິດທິຜົນສັງລວມອື່ນໆ. ສະຖານທີ່ກໍ່ສ້າງເຂື່ອນຫ່າງຈາກເທດສະບານແຂວງອັດຕະປື ປະມານ 55 ກິໂລແມັດ ແລະ ຫ່າງຈາກນະຄອນຫຼວງວຽງຈັນປະມານ 960 ກິໂລແມັດ. ເຂື່ອນໄຟຟ້າໄດ້ເລີ່ມລົງມືກໍ່ສ້າງຢ່າງເປັນທາງການໃນວັນທີ 31 ຕຸລາ 2017 ໂດຍມີກໍາລັງຕິດຕັ້ງ 160 ເມກາວັດ, ມີກໍາລັງການຜະລິດທັງໝົດ 651 ລ້ານແມັດກ້ອນ ແລະ ກຳລັງຜະລິດໄຟຟ້າໃນຫຼາຍປີສະເລ່ຍ 633 ລ້ານກິໂລວັດໂມງ.

ນັບແຕ່ປີ 1996 ເປັນຕົ້ນມາ, ໂຄງການເຂື່ອນໄຟຟ້ານໍ້າຕົກທີ່ບໍລິສັດໄຟຟ້າພະລັງງານນໍ້າຈີນສານເຊ່ຍໄດ້ດຳເນີນການກໍ່ສ້າງ, ດໍາເນີນງານ ແລະ ຄຸ້ມຄອງບໍລິຫານຢູ່ລາວນັ້ນ ໄດ້ມີກໍາລັງຕິດຕັ້ງລວມ 440 ເມກາວັດ, ເຊິ່ງຖືວ່າເປັນບໍລິສັດລົງທຶນຂອງຈີນທີ່ເຂົ້າມາລົງທຶນຢູ່ ສປປ ລາວ ກ່ອນໝູ່. ຕະຫຼອດໄລຍະ 20 ກວ່າປີທີ່ຜ່ານມາ, ບໍລິສັດໄດ້ສໍາເລັດການລົງທຶນ ຫຼື ຮັບເໝົາກໍ່ສ້າງໂຄງການເຂື່ອນໄຟຟ້າ, ໂຄງການກໍ່ສ້າງສາຍສົ່ງ ແລະ ໂຄງການກໍ່ສ້າງຕຶກອາຄານ ທັງໝົດ 8 ໂຄງການ.