ໂຄງການດັດແກ້ ລະບຽບການວ່າດ້ວຍເຕັກນິກກວດກາເຮືອຂົນສົ່ງການຄ້າແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ

lmcchina.org, July 9, 2021
Size:

ວັນທີ 29 ມິຖຸນາ 2021, ສະມາຄົມການຈັດປະເພດເຮືອ-ກໍາປັ່ນຈີນ (China Classification Society) ແລະ ກົມກິດຈະ ການທາງທະເລແມ່ນໍ້າລ້ານຊ້າງ ໄດ້ຈັດກອງປະຊຸມກວດກາ ແລະ ຕີລາຄາການເປີດຫົວເລື່ອງກ່ຽວກັບການດັດແກ້ ລະບຽບການວ່າດ້ວຍເຕັກນິກກວດກາເຮືອຂົນສົ່ງການຄ້າແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ (ຕໍ່ໄປເອີ້ນຫຍໍ້ ລະບຽບການດ້ານເຕັກນິກ LM”) ຢູ່ທີ່ນະຄອນຊຽງຮຸ່ງ, ແຂວງຢູນນານ.

ໃນກອງປະຊຸມ, ຄະນະຮັບຜິດຊອບໂຄງການຂອງສະມາຄົມການຈັດປະເພດເຮືອ-ກໍາປັ່ນຈີນໄດ້ນໍາສະເໜີຄວາມເປັນມາຂອງໂຄງການ, ເປົ້າໝາຍການຄົ້ນຄວ້າສຶກສາ ແລະ ວິທີດໍາເນີນການຄົ້ນຄວ້າຂອງໂຄງການ ລະບຽບການດ້ານເຕັກນິກ LM. ຜູ້ຊ່ຽວຊານທີ່ເຂົ້າຮ່ວມກອງປະຊຸມໄດ້ກວດກາ ແລະ ພິຈາລະນາເນື້ອໃນຂອງບົດເປີດຫົວເລື່ອງຢ່າງຕັ້ງໃຈ ໂດຍມີຄວາມເຫັນວ່າ: ເປົ້າໝາຍການຄົ້ນຄວ້າທີ່ສະເໜີມີຄວາມຊັດເຈນ, ວິທີດໍາເນີນການຄົ້ນຄວ້າມີຄວາມເປັນໄປໄດ້, ເຊິ່ງຖືວ່າແມ່ນສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງການເປີດຫົວເລື່ອງ. ຜູ້ຊ່ຽວຊານຈາກຝ່າຍຕ່າງໆໄດ້ອີງໃສ່ສະພາບການກວດກາ ແລະ ການຄຸ້ມຄອງກິດ ຈະການທາງທະເລ, ຈຸດພິເສດຂອງການດໍາເນີນການຂົນສົ່ງໂດຍເຮືອ ແລະ ສະພາບການພັດທະນາຂອງການຂົນສົ່ງໂດຍເຮືອລະ ຫວ່າງ ຈີນ-ລາວ-ມຽນມາ-ໄທ, ໄດ້ສະເໜີ ແລະ ສະແດງຄວາມເຫັນດີຕໍ່ຄວາມຈໍາເປັນ ແລະ ຄວາມຮີບດ່ວນຂອງການດຳເນີນໂຄງການ ລະບຽບການດ້ານເຕັກນິກ LM, ໂດຍແຕ່ລະຝ່າຍມີຄວາມເຫັນວ່າ ການສຶກສາຄົ້ນຄວ້າຕໍ່ໂຄງການນີ້ມີຄວາມໝາຍຢ່າງຕັ້ງໜ້າ ຕໍ່ການຮັບໃຊ້ສະພາບການລວມທາງດ້ານວຽກງານການຕ່າງປະເທດຂອງປະເທດຕົນ, ການຊຸກຍູ້ການພັດທະນາຂອງເສດຖະກິດພາກພື້ນ ແລະ ການສ້າງສາສະ ພາບດໍາເນີນທຸລະກິດທີ່ດີ ນອກຈາກສາມາດສ້າງພື້ນຖານໃຫ້ແກ່ການເພີ່ມທະວີການຮ່ວມມືດ້ານກິດຈະການທາງທະເລຮ່ວມກັບບັນດາປະເທດທີ່ຢູ່ລຽບຕາມ ໜຶ່ງແລວ ໜຶ່ງເສັ້ນທາງແລະ ຊຸກຍູ້ການກໍ່ສ້າງແລວທາງການຄົມມະນາຄົມ ແລະ ການຂົນສົ່ງທາງນໍ້າທີ່ມີຊື່ວ່າ ຄວາມປອດໄພ LM, ພ້ອມດຽວກັນນີ້, ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ສະແດງຄໍາຄິດເຫັນ ແລະ ຄໍາສະເໜີທີ່ມີຜົນປະໂຫຍດຕົວຈິງຕໍ່ວຽກງານການດັດແກ້ລະບຽບການວ່າດ້ວຍເຕັກນິກກວດກາເຮືອຂົນ ສົ່ງການຄ້າແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ໃນຕໍ່ໜ້າອີກດ້ວຍ.

ທ່ານ ລົວຊຽວເຟີງ, ຫົວໜ້າສະຖາບັນຄົ້ນຄວ້າແບບແຜນນະຄອນອູຮັ້ນໄດ້ກ່າວຄໍາສະຫຼຸບ ແລະ ສະແດງຄວາມຂອບອົກຂອບໃຈຕໍ່ການເຂົ້າຮ່ວມ ແລະ ການປະກອບສ່ວນຂອງບັນດາທ່ານ. ພ້ອມດຽວກັນນີ້, ເພິ່ນຍັງໄດ້ສະຫຼຸບວຽກງານຂອງໂຄງການນີ້ຈາກຫຼາຍດ້ານວ່າ ໜ້າທີ່ຂອງໂຄງການ ລະບຽບການດ້ານເຕັກນິກ LM ມີການກໍານົດວາງເປົ້າໝາຍສູງ, ຈຸດພິເສດຂອງນ່ານນໍ້າ LM ມີລັກສະນະພາກພື້ນທີ່ຊັດເຈນ, ລະດັບການຂົນສົ່ງທາງເຮືອຂອງປະເທດຈີນ, ລາວ, ມຽນມາ ແລະ ໄທບໍ່ດຸ່ນດ່ຽງ ແລະ ການຊອກຫາເອກະສານທີ່ກ່ຽວຂ້ອງກັບໂຄງການມີຄວາມຫຍຸ້ງຍາກ, ທັງໄດ້ສະແດງຂໍ້ສະເໜີທີ່ລະອຽດຕໍ່ການຈັດຕັ້ງວຽກງານໃນຕໍ່ໜ້າຈາກຫຼາຍດ້ານ ເຊັ່ນ: ຈໍາເປັນຕ້ອງກໍານົດການຊຸກຍູ້ຮ່ວມລະຫວ່າງພາກສ່ວນທາງກິດຈະການທະເລ ແລະ ພາກສ່ວນດໍາເນີນທຸລະກິດຂອງບັນດາປະເທດ, ລະບຽບການດ້ານເຕັກນິກຄວນເອົາໃຈໃສ່ທັງປັດຈຸບັນ ກໍຄື ອະນາຄົດ ແລະ ດ້ານອື່ນໆ.