ຫວຽດນາມ​ປະກາດ​ຢ່າງ​ເປັນ​ທາງ​ການ​ກ່ຽວ​ກັບ​ການເລື່ອນ​ເວລາ​ຈັດ​ງານ​ກິລາ​ຊີ​ເກ​ມ​ຄັ້ງ​ທີ 31

CRI, July 9, 2021
Size:

ວັນທີ 8 ກໍລະກົດນີ້, ຄະນະກຳມະການໂອລິມປິກຫວຽດນາມໄດ້ແຈ້ງຂ່າວຢ່າງເປັນທາງການວ່າ: ຍ້ອນໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ສະຫະພັນກິລາອາຊີຕາເວັນອອກສຽງໃຕ້ໄດ້ເຫັນດີເລື່ອນເວລາຈັດງານກິລາອາຊີຕາເວັນອອກສຽງໃຕ້ ຫຼືຊີເກມຄັ້ງທີ 31 ທີ່ໄດ້ກຳນົດໄວ້ໃນເບື້ອງຕົ້ນທີ່ຈະຈັດຂຶ້ນຢູ່ປະເທດຫວຽດນາມໃນເດືອນພະຈິກປີນີ້. ສະຫະພັນກິລາອາຊີຕາເວັນອອກສຽງໃຕ້ ແລະຄະນະກຳມະການໂອລິມປິກຂອງປະເທດສະມາຊິກທີ່ກ່ຽວຂ້ອງໄດ້ຮັບຮອງຂໍ້ຕົກລົງດັ່ງກ່າວໃນກອງປະຊຸມທາງອ໋ອນລາຍເມື່ອບໍ່ດົນມານີ້. ໃນກອງປະຊຸມທາງອິນເຕີເນັດທີ່ໄດ້ຈັດຂຶ້ນໃນວັນທີ 9 ມິຖຸນາແລ້ວນີ້, ຄະນະກຳມະການໂອລິມປິກຫວຽດນາມໄດ້ສະເໜີແຜນການເລື່ອນເວລາຈັດງານກິລາຊີເກມຄັ້ງທີ 31 ອອກໄປຈັດຂຶ້ນໃນເດືອນກໍລະກົດປີ 2022.

ຄະນະກຳມະການໂອລິມປິກຫວຽດນາມໄດ້ຖະແຫຼງວ່າ: ນັບແຕ່ພະຍາດໂຄວິດ-19 ໄດ້ແຜ່ລະບາດຢູ່ຫວຽດນາມໃນທ້າຍເດືອນເມສາປີ 2021 ນີ້ເປັນຕົ້ນມາ, ໄດ້ພົບຜູ້ຕິດເຊື້ອຫຼາຍພັນຄົນໃນເຂດຊຸມຊົນ, ນອກນີ້ ສະພາບການແຜ່ລະບາດພະຍາດໂຄວິດ-19 ໃນຫຼາຍປະເທດອາຊີຕາເວັນອອກສຽງໃຕ້ມີຄວາມຂ້ຽວຂາດ ເຊິ່ງໄດ້ສົ່ງຜົນກະທົບໃຫ້ແກ່ການຝຶກຊ້ອມຂອງທີມກິລາ ແລະນັກກິລາ, ກິດຈະກຳທຸລະກິດທີ່ກ່ຽວຂ້ອງກໍຍາກທີ່ຈະບັນລຸຜົນສຳເລັດດັ່ງທີ່ຄາດໄວ້. ເພື່ອອີງໃສ່ເຫດຜົນຂອງການພິຈາລະນາຕ່າງໆແລ້ວ, ຈຶ່ງເລື່ອນເວລາຈັດງານກິລາຄັ້ງນີ້.