ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເຕືອນ​ວ່າ ການ​ແຜ່​ລະ​ບາ​ດ​ຂອງ​ພະ​ຍາດ​ໂຄວິດ-19 ຈະ​ສ້າງ​ຜົນ​ກະ​ທົບລັກ​ສະ​ນະ​ທຳ​ລາຍ​ຕໍ່​ມຽນ​ມາ

CRI, July 9, 2021
Size:

ວັນທີ 7 ກໍລະກົດນີ້, ສຳນັກງານອົງການສະຫະປະຊາຊາດປະຈຳມຽນມາໄດ້ອອກຄຳເຕືອນວ່າ, ການແຜ່ລະບາດຂອງພະຍາດໂຄວິດ-19ຢ່າງຮ້າຍແຮງຈະສ້າງຜົນກະທົບລັກສະນະທຳລາຍຕໍ່ສຸຂະພາບຂອງປະຊາຊົນ ກໍຄືເສດຖະກິດຂອງມຽນມາ.

ສຳນັກງານດັ່ງກ່າວເຫັນວ່າ, ວັນທີ 4 ກໍລະກົດນີ້, ອັດຕາການກວດຫາເຊື້ອພະຍາດໂຄວິດ -19 ເປັນຜົນບວກນັ້ນມີເຖິງ 22,3%, ແຕ່ເມື່ອ 2 ອາທິດກ່ອນມີແຕ່ປະມານ 10 % ເທົ່ານັ້ນ. ນອກນີ້, ຢູ່ມຽນມາໄດ້ກວດພົບເຊື້ອພະຍາດໂຄວິດ-19 ກາຍພັນຫຼາຍຊະນິດ, ໃນນັ້ນລວມທັງເຊື້ອພະຍາດໂຄວິດ-19 ກາຍພັນເດວຕາ.

ອີງຕາມຂໍ້ມູນຂອງອົງການອະນາໄມໂລກ, ນັບມາຮອດປະຈຸບັນ, ຢູ່ມຽນມາມີ z6hຕິດເຊື້ອພະຍາດໂຄວິດ -19 176000ກໍລະນີ, ມີຜູ້ເສຍຊີວິດທັງໝົດ 3570 ຄົນ, ແຕ່ໃນ 24 ຊົ່ວໂມງທີ່ຜ່ານມານັ້ນ, ຢູ່ມຽນມາມີຜູ້ເປັນພະຍາດໂຄວິດ-19ເພີ່ມໃໝ່ຈຳນວນ 3570 ຄົນ, ມີຜູ້ເສຍຊີວິດເພີ່ມຂຶ້ນ 57 ຄົນ.