ສປປ ລາວ ພົບຜູ້ຕິດເຊື້ອ ໂຄວິດ-19 ເພີ່ມ 44 ກໍລະນີ

CRI, July 8, 2021
Size:

  ໃນວັນທີ 7 ກໍລະກົດ 2021 ນີ້, ທ່ານ ດຣ.ສະໜອງ ທອງຊະນະ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ແລະ ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ໄດ້ຖະແຫລ່ງຂ່າວກ່ຽວກັບ ສະພາບການລະບາດພະຍາດ ໂຄວິດ-19 ໃນສປປ ລາວ ວ່າ: ໃນວັນທີ 6 ກໍລະກົດ  2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 2.184 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ຈຳນວນ 44 ຄົນ. ໃນນັ້ນ ນະຄອນຫລວງວຽງຈັນ 1 ຄົນ(ກໍລະນີນຳເຂົ້າ), ສະຫວັນນະເຂດ 17 ຄົນ(ກໍລະນີນຳເຂົ້າ), ຈຳປາສັກ 21 ຄົນ(ກໍລະນີນຳເຂົ້າ), ແຂວງວຽງຈັນ 2 ຄົນ(ຕິດເຊື້ອໃນຊຸມຊົນ) ແລະ ຄຳມ່ວນ 3 ຄົນ (ກໍລະນີນຳເຂົ້າ). ມາຮອດປັດຈຸບັນ, ທົ່ວປະເທດ ມີຜູ້ຕິດເຊື້ອສະສົມທັງໝົດ 2.400 ຄົນ, ເສຍຊີວິດສະສົມ 3 ຄົນ (ບໍ່ມີກໍລະນີເສຍຊີວິດໃໝ່) ແລະ ກໍາລັງປິ່ນປົວ ທັງໝົດ 316 ຄົນ.