ເຊື້ອ​ພະຍາດ​ໂຄ​ວິດ-19 ​ເດ​ວຕາ​ພວມ​ລະບາດ​ຢູ່​ໄທ

CRI, July 8, 2021
Size:

ວັນທີ 5 ກໍລະກົດນີ້, ຫົວໜ້າກົມວິທະຍາສາດທາງການແພດຂອງກະຊວງສາທາລະນະສຸກໄທກ່າວວ່າ: ໃນອາທິດຜ່ານມາ, ເຊື້ອພະຍາດໂຄວິດ-19 ກາຍພັນເດວຕາພວມແຜ່ລະບາດຢູ່ໄທຢ່າງວ່ອງໄວແທນເຊື້ອພະຍາດໂຄວິດ-19 ອານຟາ, ໃນຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ໄທມີ 32,2% ແມ່ນຜູ້ຕິດເຊື້ອໄວຣັດເດວຕາ, ຢູ່ນະຄອນຫຼວງບາງກອກ ແລະເຂດອ້ອມແອ້ມ, ອັດຕາຕິດເຊືອດັ່ງກ່າວສູງເຖິງ 52,2%, ປັດຈຸບັນນີ້ໃນ 77 ແຂວງໃນທົ່ວປະເທດໄທນັ້ນມີ 47 ແຂວງໄດ້ມີຜູ້ຕິດເຊື້ອໄວຣັດເດວຕາແລ້ວ, ການແຜ່ລາມຂອງໄວຣັດຊະນິດນີ້ໄວກວ່າທີ່ຄາດຄະເນໄວ້.

ວັນທີ 5 ກໍລະກົດນີ້, ປະເທດໄທມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ 6166 ຄົນ,ຈຳນວນຜູ້ຕິດເຊື້ອເພີ່ມໃໝ່ລາຍວັນໄດ້ລື່ນກາຍ 5000 ຄົນເປັນເວລາຫຼາຍມື້ລຽນຕິດແລ້ວ, ການແຜ່ລະບາດຂອງພະຍາດໂຄວິດ-19 ຮອບທີ 3 ໃນຕົ້ນເດືອນເມສາຜ່ານມາໄດ້ເຮັດໃຫ້ມີຜູ້ຕິດເຊື້ອທັງໝົດຫຼາຍກວ່າ 260000 ຄົນ.