ມຽນມາ​ມີ​ຜູ້​ຕິດ​ເຊື້ອ​ພະຍາດ​ໂຄ​ວິດ-19 ​ເພີ່ມ​ໃໝ່ 3602 ຄົນ

CRI, July 7, 2021
Size:

ຕອນຄ່ຳວັນທີ 6 ກໍລະກົດນີ້, ກະຊວງສາທາລະນະສຸກ ແລະກິລາມຽນມາລາຍງານວ່າ: ຈາກການເກັບຕົວຢ່າງ 12832 ສະບັບໃນມື້ດຽວກັນນັ້ນ ມີຜູ້ຕິດເຊື້ອເພີ່ມໃໝ່ 3602 ຄົນ, ອັດຕາການຕິດເຊື້ອພະຍາດຫຼາຍກວ່າ 28% ເຊິ່ງເປັນເທື່ອທຳອິດຢູ່ມຽນມາທີ່ມີຈຳນວນຜູ້ຕິດເຊື້ອເພີ່ມໃໝ່ຕໍ່ມື້ຫຼາຍກວ່າ 3000 ຄົນ. ໃນຂະນະດຽວກັນ, ຍັງມີຜູ້ເສຍຊີວິດຕໍ່ມື້ເພີ່ມໃໝ່ 52 ຄົນໃນມື້ດຽວກັນ ເຊິ່ງກໍເປັນຈຳນວນຜູ້ເສຍຊີວິດເພີ່ມໃໝ່ຕໍ່ມື້ສູງສຸດຢູ່ມຽນມານັບແຕ່ເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ.

ປັດຈຸບັນນີ້, ພະຍາດໂຄວິດ-19 ໄດ້ແຜ່ລະບາດຢູ່ແຫ່ງຕ່າງໆຢູ່ມຽນມາ, ຈຳນວນຜູ້ຕິດເຊື້ອເພີ່ມໃໝ່ໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ ເຊິ່ງໄດ້ສ້າງຄວາມກົດດັນອັນໃຫຍ່ຫຼວງໃຫ້ກັບລະບົບສາທາລະນະສຸກທ້ອງຖິ່ນ. ພ້ອມດຽວກັນນີ້, ຍັງມີພະນັກງານລັດ ແລະພະນັກງານທາງການແພດຈຳນວນຫຼາຍໄດ້ຕິດເຊື້ອພະຍາດໂຄວິດ-19 ເຊິ່ງໄດ້ເຮັດໃຫ້ສະພາບການປ້ອງກັນພະຍາດໂຄວິດ-19 ຂ້ຽວຂາດກວ່າເກົ່າ.