ປະ​ເທດ​ລາວສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19 ໃນໄລຍະ ວັນທີ 05-19 ກໍລະກົດ

CRI, July 7, 2021
Size:

ໃນຕອນເຊົ້າວັນທີ 4 ກໍລະກົດ 2021 ຢູ່ກະຊວງສາທາລະນະສຸກ ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງຫົວໜ້າຫ້ອງວ່າການ ສຳນັກງານນາຍົກ ລັດຖະມົນຕີ, ຮອງຫົວໜ້າຄະນະສະເພາະກິດ,ໄດ້ຖະແຫລ່ງຂ່າວກ່ຽວກັບການສືບຕໍ່ປະຕິບັດ ມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດ ຂອງພະຍາດ COVID-19 ໃນໄລຍະ ວັນທີ 05-19ກໍລະກົດ 2021 ນີ້.

ທ່ານ ນາງ ທິບພະກອນ ຈັນທະວົງສາ ໄດ້ກ່າວວ່າ: ຜ່ານການປະເມີນ ສະພາບການລະບາດ ຂອງພະຍາດ CO VID-19 ແລະ ການຈັດຕັ້ງປະຕິບັດ ມາດຕະການຕ່າງໆ ທີ່ໄດ້ວາງອອກ ເຫັນວ່າ ພວກເຮົາສາມາດ ຄວບຄຸມການລະບາດໄດ້ໃນລະດັບໜຶ່ງ, ເຮັດໃຫ້ຕົວເລກຜູ້ຕິດເຊື້ອ ພາຍໃນປະເທດຫລຸດລົງ ໂດຍສະເພາະ ໃນນະຄອນຫລວງວຽງຈັນ. ແຕ່ເຖິງຢ່າງໃດກໍ່ຕາມ, ບາງປະເທດອ້ອມຂ້າງ ກໍຍັງປະເຊີນໜ້າກັບ ການລະບາດຮອບໃໝ່, ມີຈຳນວນຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດ ເພີ່ມຂຶ້ນໃນແຕ່ລະວັນ, ຍິ່ງໄປກວ່ານັ້ນ ຍັງພົບສາຍພັນໃໝ່ ທີ່ສາມາດແຜ່ເຊື້ອໄດ້ໄວ ແລະ ປັດ ຈຸບັນ ກໍພົບຜູ້ຕິດເຊື້ອ ສາຍພັນເດວຕາ ໃນ ສປປ ລາວ ຊຶ່ງເປັນກໍລະນີນຳເຂົ້າ. ຕໍ່ສະພາບການດັ່ງກ່າວ, ເຫັນວ່າປະເທດເຮົາຍັງມີຄວາມສ່ຽງ. ສະນັ້ນ,ລັດຖະບານ ຈຳເປັນຕ້ອງໄດ້ສືບຕໍ່ ປະຕິບັດບັນດາມາດຕະການທີ່ໄດ້ລະບຸໃນຄຳສັ່ງເລກທີ 15/ນຍ, ລົງວັນທີ 21 ເມສາ 2021, ແຈ້ງ ການເລກທີ 671/ຫສນຍ, ລົງວັນທີ 19 ມິຖຸນາ 2021 ແລະ ບັນດາຄໍາແນະນໍາຂອງ ຄະນະສະເພາະກິດຂັ້ນສູນກາງອອກໄປຕື່ມອີກ 15 ວັນ, ໂດຍເລີ່ມແຕ່ເວລາ 00:00 ໂມງ ຂອງວັນທີ 05ກໍລະກົດ ຫາ ເວລາ 24:00 ໂມງຂອງວັນທີ 19 ກໍລະກົດ 2021.