ການລາດຕະເວນຮ່ວມ ລະຫວ່າງຈີນ, ລາວ, ມຽນມາແລະໄທ ຕາມລໍາແມ່ນໍ້າຂອງ ຄັ້ງທີ 106 ໄດ້ສໍາເລັດລົງຢ່າງຈົບງາມ

lmcchina.org, July 3, 2021
Size:

ວັນທີ 25 ມິຖຸນານີ້, ການປະຕິບັດການລາດຕະເວນຮ່ວມ ລະຫວ່າງຈີນ, ລາວ, ມຽນມາ,ໄທຢູ່ຕາມລໍາແມ່ນໍ້າຂອງຄັ້ງທີ 106 ໄດ້ສໍາເລັດລົງຢ່າງຈົບງາມ. ການລາດຕະເວນຮ່ວມດັ່ງກ່າວໄດ້ດໍາເນີນໄປ ເປັນເວລາ 4 ວັນ 3 ຄືນ.

 ຕາມຂ່າວລາຍງານວ່າ ມີກໍາປັ່ນທັງໝົດ 4 ລໍາ ແລະເຈົ້າໜ້າທີ່ຈໍານວນ 99 ຄົນໄດ້ເຂົ້າຮ່ວມການລາດຕະເວນຮ່ວມໃນຄັ້ງນີ້ ເຊິ່ງມີການລາດຕະເວນຕາມແຕ່ລະຕອນຂອງແມ່ນໍ້າ ແລະ ຕາມທົ່ວລໍາແມ່ນໍ້າຂອງ ທັງມີການປະສານສົມທົບທາງນໍ້າແລະທາງບົກອີກດ້ວຍໃນລະຫວ່າງການປະຕິບັດງານນັ້ນ, ໄດ້ດໍາເນີນການກວດຄົ້ນແລະຈັບຕົວທາງບົກແລະທາງນໍ້າຢູ່ເຂດນໍ້າຂອງບ້ານຊຽງກົກປະເທດລາວ, ໄດ້ກວດຄົ້ນລົດທັງໝົດ 79 ຄັນ, ປະຊາຊົນຜູ້ທີ່ໜ້າສົງໄສ 168 ຄົນ ແລະສິນຄ້າ 29 ໂຕນ.

ນອກຈາກນັ້ນ, ຍັງໄດ້ຈັດກິດຈະກຳໂຄສະນາເຜີຍແຜ່ກົດໝາຍຕ້ານຢາເສບຕິດພາຍໃຕ້ຫົວຂໍ້ ຮ່ວມສຸກຮ່ວມທຸກເພື່ອຮ່ວມມືຕ້ານຢາເສບຕິດໂດຍສອດຄ່ອງກັບການຈັດຕັ້ງປະຕິບັດການໂຄສະນາເຜີຍແຜ່ການຕ້ານຢາເສບຕິດຂອງ 4 ປະເທດໃນວັນຕ້ານຢາເສບຕິດສາກົນ ຄື ວັນທີ 6 ມິຖຸນາ.

ເຈົ້າໜ້າທີ່ຮັບຜິດຊອບທີ່ກ່ຽວຂ້ອງຂອງກອງໃຫຍ່ລາດຕະເວນທາງນໍ້າຂອງພະແນກປ້ອງກັນຄວາມສະຫງົບແຂວງຢູນນານໄດ້ແນະນໍາວ່າ: ນັບຕັ້ງແຕ່ພະຍາດໂຄວິດ 19 ພ່ລາມໄປທົ່ວໂລກ, ການຮ່ວມມືດ້ານການບັງຄັບໃຊ້ກົດໝາຍແລະການແລກປ່ຽນຂອງສີ່ປະເທດໄດ້ປະເຊີນໜ້າກັບສິ່ງທ້າທາຍໃໝ່.  ເພື່ອຮັກສາຄວາມປອດໄພແລະຄວາມໝັ້ນຄົງຂອງລ້ອງແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ, ນອກຈາກມີການລາດຕະເວນປະຈໍາເດືອນຕາມທົ່ວລໍາແມ່ນໍ້າຢ່າງເປັນປົກກະຕິແລ້ວ, ທັງສີ່ປະເທດຍັງໄດ້ຮັບຮອງເອົາບັນດາຮູບແບບທີ່ມີຫົວຄິດປະດິດສ້າງໃນການລາດຕະເວນ ເຊັ່ນ: ການລາດຕະເວນຕາມແຕ່ລະຕອນຂອງແມ່ນໍ້າແບບຝ່າຍດຽວຫຼືສອງຝ່າຍແລະການປະຕິບັດງານພິເສດຮ່ວມເພື່ອຄວບຄຸມຢ່າງແຂງແຮງຕໍ່ບັນດາເຂດນໍ້າຕ່າງໆ ແລະແມ່ນໍ້າທີ່ເປັນເສັ້ນແບ່ງເຂດແດນ ເຊັ່ນ ແມ່ນໍ້າທີ່ແບ່ງເຂດແດນລະຫວ່າງຈີນກັບມຽນມາ, ແມ່ນໍ້າທີ່ແບ່ງເຂດແດນລະຫວ່າງລາວກັບມຽນມາ ແລະເຂດນໍ້າລະຫວ່າງລາວ ມຽນມາແລະໄທ. ໂດຍສະເພາະໃນປີນີ້ໄດ້ຈັດຕັ້ງປະຕິບັດງານພິເສດຢ່າງຕໍ່ເນື່ອງ ເປັນເວລາ 100 ວັນ ເພື່ອຮ່ວມກັນຕ້ານອາຊະຍາກໍາການລັກລອບຂ້າມແມ່ນໍ້າຂອງແລະຕ້ານຢາເສບຕິດ, ເຊິ່ງໄດ້ຮັບຜົນດີສົມຄວນແລະໄດ້ປາບປາມຢ່າງມີປະສິດທິຜົນຕໍ່ອາຊະຍາກໍາຂ້າມຊາດພາຍໃນລ້ອງແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ແລະການກະທໍາຜິດຕ່າງໆ.