ຖືເອົາທາງລົດໄຟເປັນຂົວຕໍ່, ສົ່ງເສີມການເຊື່ອມຈອດ ການແລກປ່ຽນແລະການຮ່ວມມືໃນຂົງເຂດຕ່າງໆລະຫວ່າງບັນດາປະເທດທີ່ຢູ່ລຽບຕາມລໍາແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ (LM). ເມື່ອບໍ່ດົນມານີ້, ຢູ່ທີ່ມະຫາວິທະຍາໄລເຕັກໂນໂລຊີປະຍຸກຊຽງໄຮໄດ້ຈັດພິທີເປີດປ້າຍສ້າງຕັ້ງສູນເຊື່ອມຈອດທາງລົດໄຟ LM “ໜຶ່ງແລວ ໜຶ່ງເສັ້ນທາງ”.
ສູນດັ່ງກ່າວແມ່ນໄດ້ລິເລີ່ມແລະສ້າງຕັ້ງຂຶ້ນຮ່ວມກັນໂດຍມະຫາວິທະຍາໄລເຕັກໂນໂລຊີປະຍຸກຊຽງໄຮ, ສະມາຄົມມິດຕະພາບປະຊາຊົນຊຽງໄຮ, ມະຫາວິທະຍາໄລສຸພານຸວົງສປປລາວ, ບໍລິສັດຄົ້ນຄວ້າວິທະຍາສາດທາງລົດໄຟຈີນຈຳກັດ, ແລະບໍລິສັດກໍ່ສ້າງທາງລົດໄຟຊຽງໄຮ ຂອງກຸ່ມບໍລິສັດກົມ 24 ທາງລົດໄຟຈີນ (China Railway 24th Bureau Group Shanghai Railway Co., LTD.) ເຊິ່ງມີຈຸດປະສົງເພື່ອຮ່ວມກັນບໍາລຸງສ້າງບຸກຄະລາກອນທາງດ້ານເຕັກໂນໂລຊີປະຍຸກໃນລະດັບສູງໃຫ້ແກ່ບັນດາປະເທດ LM, ຮ່ວມກັນກໍ່ສ້າງຮູບແບບຈີນເພື່ອນໍາໃຊ້ທົ່ວໄປລະຫວ່າງຊາດທາງດ້ານການສຶກສາລະດັບມະຫາວິທະຍາໄລທາງວິຊາວິສະວະກໍາທາງລົດໄຟ, ສ້າງປ່ອງຢ້ຽມຂອງການສຶກສາວິທະຍາສາດດ້ານທາງລົດໄຟ LM ແລະສ້າງເວທີຊົມໃຊ້ຂໍ້ມູນຮ່ວມກັນແລະແລກປ່ຽນນໍາກັນ.
ອັນທີ່ເປັນໜ້າສົນໃຈກໍຄືຶ ສູນດັ່ງກ່າວນີ້ ໄດ້ຮັບການຈັດເຂົ້າ “ລາຍການເຈດຈໍານົງໃນການຮ່ວມມືລະຫວ່າງບັນດາແຂວງທີ່ກ່ຽວຂ້ອງຂອງຈີນກັບອໍານາດການປົກຄອງທ້ອງຖິ່ນຂອງປະເທດແມ່ນໍ້າຂອງ”ຂອງກອງປະຊຸມລັດຖະມົນຕີການຕ່າງປະເທດຂອງການຮ່ວມມືແມ່ນໍ້າລ້ານຊ້າງ - ແມ່ນໍ້າຂອງຄັ້ງທີ 6.