ຫົວໜ້າໜັງສືພິມປະຊາຊົນລາວ ປະທັບໃຈຕໍ່ການປົກຄອງຂອງພັກກອມມູນິດຈີນ

CRI, July 2, 2021
Size:

ຫົວໜ້າໜັງສືພິມປະຊາຊົນລາວ ປະທັບໃຈຕໍ່ການປົກຄອງຂອງພັກກອມມູນິດຈີນ_fororder_55555

ເນື່ອງໃນໂອກາດວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ (1921-2021) ທ່ານ ວັນໄຊ ຕະວິນຍານ ຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນລາວ ໄດ້ນໍາພາຄະນະມາຢ້ຽມຢາມຫ້ອງການ CRI ປະຈຳລາວ ແລະ ໄດ້ໃຫ້ສໍາພາດຕໍ່ນັກຂ່າວ CRI ວ່າ: ທ່ານໄດ້ຍ້ອງຍໍຊົມເຊີຍໃນການປົກຄອງຂອງພັກຄອມມູນິດຈີນ, ເປັນຕົ້ນການປັບປຸງບຸກຄະລາກອນໃຫ້ມີຄຸນນະພາບ, ຕ້ານການສໍ້ລາດບັງຫຼວງໄດ້ເຮັດແທ້ທໍາຈິງ, ມີຜົນສໍາເລັດໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ ສິ່ງທີ່ໂລກ ລວມທັງ ສປປ ລາວຮັບຮູ້ວ່າຈີນເຮັດໄດ້. ໂດຍສະເພາະການນໍາພາສ້າງສາປະເທດຊາດ ປຸກລະດົມປະຊາຊົນທຸກຊັ້ນຊົນໃນປະເທດໃຫ້ມີການກໍ່ສ້າງ ແລະ ການພັດທະນາຈົນສໍາເລັັັັດຜົນໄດ້ໃນປະຈຸບັນ. ນອກນັ້ນ, ທ່ານຍັງໄດ້ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນການຮ່ວມມືລາວ-ຈີນ, ໃນໄລຍະທີ່ມີການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ສປ ຈີນ ກໍໄດ້ສົ່ງຊ່ຽວຊານການແພດມາຊ່ວຍລາວເຖິງ 2 ຄັ້ງ, ຊ່ວຍວັດຖຸອຸປະກອນການແພດລວມມູນຄ່າຫຼາຍຕື້ຢວນ, ໃນດ້ານວັກຊີນ ສປ ຈີນ ໄດ້ມອບໃຫ້ ສປປ ລາວ ແລ້ວລວມ 4 ຄັ້ງ ເກືອບ 2 ລ້ານຫຼອດ ໃນການຕ້ານໂຄວິດ-19 ຢູ່ ສປປ ລາວ.

ທ່ານຍັງກ່າວຕື່ມອີກວ່າ: ຕໍ່ກັບການຮ່ວມມືລະຫວ່າງສື່ມວນຊົນລາວ ແລະ ສື່ມວນຊົນຈີນເປັນທີ່ໜ້າເພີ່ງພໍໃຈ, ໂດຍສະເພາະແມ່ນການຮ່ວມມືລະຫວ່າງສື່ມວນຊົນລາວ ກັບ CRI ປະຈໍາລາວ. ໄດ້ຊ່ວຍໂຄສະນາພາລະບົດບາດຂອງສື່ມວນຊົນລາວ, ເຮັດໃຫ້ປະຊາຊົນລາວທີ່ຢູ່ພາຍໃນ ແລະ ຕ່າງປະເທດໄດ້ຮັບຮູ້ປະເທດຈີນ ແລະ ລາວ ໂດຍຜ່ານ CRI ຫຼາຍຂຶ້ນ. ສິ່ງສໍາຄັນຍັງໄດ້ຊ່ວຍເຫຼືອສື່ມວນຊົນລາວ, ທາງດ້ານເຕັກນິກ, ອຸປະກອນ ແລະ ອື່ນໆ.