ປະທານສະມາຄົມນັກຂ່າວລາວ ເນັ້ນສື່ມວນຊົນລາວ-ຈີນແມ່ນຄູ່ຮ່ວມຊາຕາກໍາ

CRI, July 2, 2021
Size:

ປະທານສະມາຄົມນັກຂ່າວລາວ ເນັ້ນສື່ມວນຊົນລາວ-ຈີນແມ່ນຄູ່ຮ່ວມຊາຕາກໍາ_fororder_44444

ເນື່ອງໃນໂອກາດວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ (1921-2021), ທ່ານ ສະຫວັນຄອນ ຣາຊມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ໄດ້ນໍາພາຄະນະມາຢ້ຽມຢາມສໍານັກງານ CRI ປະຈໍາລາວ, ທັງໄດ້ໃຫ້ການສໍາພາດຕໍ່ນັກຂ່າວ CRI ປະຈໍາລາວວ່າ: ພາຍໃຕ້ການນໍາພາຂອງພັກກອມມູນິດຈີນ, ການພັດທະນາຊົນນະບົດຂອງຈີນໄດ້ຮັບຜົນສໍາເລັດອັນໃຫຍ່ຫຼວງທຸກດ້ານ. ສໍາຄັນ ສປ ຈີນ ມີຄວາມເຕີບໃຫຍ່ ເຂັ້ມແຂງ ນໍາໜ້າຂອງໂລກໃນຫຼາຍໆດ້ານ ພາຍໃຕ້ການນໍາພາຂອງພັກກອມມູນິດຈີນ ທີ່ມີອາຍຸຄົບຮອບ 100 ປີ. ອັນນີ້ສະແດງເຖິງຄວາມເຂັ້ມແຂງຂອງການນໍາພາຂອງພັກ ທີ່ມີທ່ານ ສີຈີ້ນຜິງ ເປັນເລຂາທິການໃຫຍ່ ປະທານປະເທດ.

ແນວຄິດຂອງເພິ່ນມີຄວາມມຸ້ງຫວັງຢາກໃຫ້ໂລກມີສັນຕິພາບ ມີຄວາມວັດທະນາຖາວອນ ມີການພັດທະນາແບບຍືນຍົງ, ມີຄວາມຮຸ່ງເຮືອງ ແລະ ມີການເປີດກວ້າງໃຫ້ມີການຮ່ວມມືກັນຫຼາຍໆດ້ານ

ຕໍ່ການພົວພັນລາວ-ຈີນ, ທ່ານ ສະຫວັນຄອນ ຣາຊມຸນຕີ ກ່າວວ່າ: ການພົວພັນລາວ-ຈີນ ນັບມື້ຂະຫຍາຍຕົວເຂົ້າສູ່ລວງເລິກ ການພົວພັນໃນດ້ານພັກ-ລັດ ແລະ ປະຊາຊົນ ກໍມີການພົວພັນທີ່ກວ້າງຂວາງ ການໄປມາຫາສູ່ກໍ່ຖືວ່ານັບມື້ນັບເພີ່ມຂຶ້ນ. ເປັນຕົ້ນ, ໃນໄລຍະທີ່ ສປປ ລາວ ກໍ່ຄືໂລກທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ກໍ່ຍັງແມ່ນ ສປ ຈີນ ທີ່ຢູ່ຄຽງຂ້າງປະຊາຊົນລາວ, ໄດ້ຊ່ວຍເຫຼືອປະຊາຊົນລາວ ໃນການຕ້ານກັບພະຍາດໂຄວິດ-19 ດ້ວຍຜົນສໍາເລັດ ໂດຍສະເພາະໃນປີ 2021 ສປ ຈີນ ຍັງໄດ້ສຸມໃສ່ໃຫ້ການຊ່ວຍເຫຼືອຕໍ່ ສປປ ລາວ ເປັນພິເສດ.

ໃນດ້ານການຮ່ວມມືລະຫວ່າງສື່ມວນຊົນລາວ ແລະ ສື່ມວນຊົນຈີນກໍເຊັ່ນດຽວກັບຂະແໜງການອື່ນໆ. ທ່ານ ສະຫວັນຄອນ ຣາຊມຸນຕີ ໄດ້ກ່າວວ່າ: ສື່ມວນຊົນລາວ-ຈີນ ໂດຍສະເພາະ CRI ປະຈໍາລາວ ກໍ່ໄດ້ເຮັດໜ້າທີ່ຕິດຕາມທຸກການປ່ຽນແປງໃນການພັດທະນາຢູ່ລາວ ແລະ ລາຍງານໃຫ້ປະຊາຊົນຢູ່ພາຍໃນກໍຄືຕ່າງປະເທດຮັບຮູ້ ຜົນສໍາເລັດຂອງການພັດທະນາ ສປປ ລາວ ຜ່ານວິທະຍຸ CRI ຂອງຈີນ ໄດ້ເຮັດໜ້າທີ່ລາຍງານທຸກການປ່ຽນແປງຂອງ ສປປ ລາວ ໃຫ້ຊາວຈີນ ແລະ ຊາວໂລກໄດ້ຮັບຮູ້ໂດຍຜ່ານພາສາລາວ ອັນນີ້ເປັນການປະກອບສ່ວນບົນຈິດໃຈຄູ່ຮ່ວມຊາຕາກໍາດ້ານວຽກງານສື່ສານມວນຊົນ.