ຫົວໜ້າບັນນາທິການໃຫຍ່ໜັງສືພິມພາສາຕ່າງປະເທດຕີລາຄາສູງຕໍ່ຜົນງານຂອງສປຈີນພາຍໃຕ້ການນຳພາຂອງພັກກອມມູນິດຈີນ.

CRI, July 2, 2021
Size:

ຫົວໜ້າບັນນາທິການໃຫຍ່ໜັງສືພິມພາສາຕ່າງປະເທດຕີລາຄາສູງຕໍ່ຜົນງານຂອງສປຈີນພາຍໃຕ້ການນຳພາຂອງພັກກອມມູນິດຈີນ._fororder_微信图片_20210630210819

      ເນື່ອງໃນໂອກາດວັນຄົບຮອບ 100 ປີຂອງການສ້າງຕັ້ງພັກກອມມູນິດຈີນ, ທ່ານທອງຫຼໍ່ ດວງສະຫວັນ ຫົວໜ້າບັນນາທິການໃຫຍ່ໜັງສືພິມພາສາຕ່າງປະເທດ (ວຽງຈັນທາມ) ໄດ້ຕີລາຄາສູງຕໍ່ຜົນງານຂອງ ສປ ຈີນພາຍໃຕ້ການນຳພາຂອງພັກກອມມູນິດຈີນ,ທ່ານກ່າວວ່າ: ປະຊາຊົນຈີນມີຄວາມສໍາເລັດສູງໃນການສ້າງສາພັດທະນາປະເທດຊາດ,ໃນນັ້ນ,ການພັດທະນາບໍ່ພຽງແຕ່ພັດທະນາຊັບພະຍາກອນມະນຸດ ແລະດ້ານອື່ນໆ,ແຕ່ໃນດ້ານການພັດທະນາເທັກໂນໂລຊີ ແລະການສື່ສານແມ່ນມີຄວາມທັນສະໄໝທີ່ສຸດໃນສັດຕະວັດທີ 21 ເຊິ່ງຈີນສາມາດນໍາພາຍານອາວະກາດຂຶ້ນ ແລະລົງສູ່ດາວອັງຄານໄດ້ ຖືວ່າເປັນຜົນສໍາເລັດເປັນປະເທດທີ 2 ທີ່ສາມາດຄົ້ນພົບ ແລະສໍາຫຼວດດາວໃໝ່. ນອກນັ້ນ, ວຽກງານຂອງ ICT ຂອງຈີນແມ່ນໄດ້ຮັບການພັດທະນາຫຼາຍຢ່າງ ໂດຍສະເພາະແມ່ນຄວາມໄວຂອງການສື່ສານເຖິງ 5G, ນີ້ກະຖືວ່າລໍ້າໜ້າໃນສະຕະວັດທີ 21 ອີກດ້ວຍ. ພ້ອມດຽວກັນນັ້ນ, ຈີນຍັງພັດທະນາລົດໄຟຄວາມໄວສູງ ແລະທັນສະໄໝທີ່ສຸດໃນໂລກ ລວມໄປທັງການພັດທະນາອາວຸດຍຸດໂທປະກອນເພື່ອປະກອບເຂົ້າໃນກໍາລັງປ້ອງການຊາດ ປ້ອງກັນຄວາມສະຫງົບ ກໍ່ບໍ່ໄດ້ໜ້ອຍໜ້າຈາກຕ່າງປະເທດ. ອີກອັນໜຶ່ງໃນການພັດທະນານັ້ນ, ຍັງເຮັດໃຫ້ປະຊາກອນຈີນນັບ100ກວ່າລ້ານຄົນໄດ້ຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ ນີ້ກໍ່ຖືວ່າເປັນຜົນສໍາເລັດອັນຍິ່ງໃຫຍ່ຂອງສປຈີນ,ກໍຄືຂອງມວນມະນຸດ ເຊິ່ງແມ່ນພາຍໃຕ້ການນໍາພາຂອງທ່ານປະທານສີຈິ້ນຜິງ ເຮັດໃຫ້ໄລຍະນີ້ ສປຈີນ ເປັນປະເທດທີ່ກ້າວໜ້າໃນທຸກໆດ້ານ.
      ຕໍ່ການຮ່ວມມືລາວ-ຈີນ,ທ່ານ ທອງຫຼໍ່ ດວງສະຫວັນ ໄດ້ກ່າວວ່າ: ເປັນໄລຍະທີ່ດີທີ່ສຸດໃນປະຫວັດສາດຂອງການພົວພັນຂອງສອງປະເທດລາວ-ຈີນ, ເຊິ່ງປະເທດລາວ-ຈີນ ກໍເປັນປະເທດທີ່ມີມູນເຊື້ອອັນດີງາມມາແຕ່ດົນນານ, ເປັນບ້ານໃກ້ເຮືອນຄຽງ, ມີສາຍພູສາຍນໍ້າຕິດຈອດກັນ, ເຮັດໃຫ້ການຮ່ວມມືນັ້ນມີຄວາມແໜ້ນແຟ້ນຫຼາຍ, ເວົ້າສະເພາະໃນດ້ານການຮ່ວມມືຂອງສື່ມວນຊົນລາວ-ຈີນ, ໜັງສືພິມພາສາຕ່າງປະເທດຂອງພວກເຮົາກໍ່ເປັນຕົວແທນໃຫ້ແກ່ປະເທດລາວໃນການເຂົ້າຮ່ວມເປັນສະມາຊິກໃນເຄືອຄ່າຍອິນເຕີເນັດຂອງຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງຂອງ ສປ ຈີນເຊິ່ງມີສະມາຊິກຫຼາຍກວ່າ 30 ປະເທດໃນທົ່ວໂລກເຂົ້າຮ່ວມ ເຊິ່ງສາມາດແລກປ່ຽນຂໍ້ມູນຂ່າວສານເຫດການຕ່າງໆທີ່ໜ້າສົນໃຈເຊິ່ງກັນແລະກັນໄດ້.
      ເນື່ອງໃນໂອກາດວັນຄົບຮອບ 100 ປີຂອງການສ້າງຕັ້ງກອມມູນິດຈີນ,ໃນນາມຕາງໜ້າໃຫ້ໜັງສືພິມພາສາຕ່າງປະເທດ,ກໍຄືໃນນາມສວ່ນຕົວຂໍຊົມເຊີຍ ແລະອວຍພອນໄຊອັນປະເສີດມາຍັງການນໍາພັກກອມມູນິດຈີນ ແລະປະຊາຊົນຈີນຈົ່ງສືບຕໍ່ພັດທະນາຕົນເອງກ້າວຂຶ້ນສູ່ຍຸກໃໝ່ ແລະທັນສະໄໝ ແລະນໍາພາມວນມະນຸດພັດທະນາໃຫ້ມີຄວາມຈະເລີນຮຸ່ງເຮື່ອງຄຽງຄູ່ກັນໄປກັບຊາວໂລກ.