ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ພັກ ປປ ລາວ ໃຫ້ທັດສະນະວ່າ : ພັກກອມມູນິດຈີນໄດ້ປະຕິບັດອຸດົມການທີ່ຖືກຕ້ອງ ແລະ ຈະສືບຕໍ່ຍາດໄດ້ໄຊຊະນະຕະຫຼອດໄປ

CRI, July 2, 2021
Size:

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ພັກ ປປ ລາວ ໃຫ້ທັດສະນະວ່າ : ພັກກອມມູນິດຈີນໄດ້ປະຕິບັດອຸດົມການທີ່ຖືກຕ້ອງ ແລະ ຈະສືບຕໍ່ຍາດໄດ້ໄຊຊະນະຕະຫຼອດໄປ_fororder_1111

ເນື່ອງໃນໂອກາດວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ຈີນ-ລາວ ວ່າ: ພາຍໃຕ້ການຊີ້ນຳ ແລະ ນຳພາຂອງພັກກອມມູນິດຈີນ ຕະຫຼອດໄລຍະ 100 ປີຜ່ານມາ, ສປ ຈີນ ໄດ້ຮັບຜົນສໍາເລັດຢ່າງໃຫຍ່ຫຼວງຫຼາຍດ້ານ, ໂດຍສະເພາະແມ່ນໄດ້ໃຊ້ເວລາສັ້ນ, ແຕ່ ສປ ຈີນ ສາມາດເຮັດສໍາເລັດການແກ້ໄຂ ແລະ ລຶບລ້າງຄວາມທຸກຍາກ ເຮັດໃຫ້ປະຊາກອນນັບຮ້ອຍລ້ານ ຄົນຫຼຸດພົ້ນອອກຈາກຄວາມທຸກຍາກ, ເປັນເຫດການທີ່ຫາຍາກ ແລະມະຫັດສະຈັນ, ເຊິ່ງຫຼາຍປະເທດບໍ່ສາມາດເຮັດໄດ້. ເວົ້າລວມແລ້ວ, ຕະຫຼອດໄລຍະ 100 ປີ ພາຍໃຕ້ການນໍາພາຊີ້ນໍາຂອງພັກກອມມູນິດຈີນນັ້ນ, ມີທັງໄລຍະການຕໍ່ສູ້, ການທ້ອນໂຮມປະເທດຊາດ ແລະ ສໍາຄັນແມ່ນພາຍຫຼັງການປະຕິຮູບໃນປີ 1978 ເປັນຕົ້ນມາເຮັດໃຫ້ ສປ ຈີນ ພັດທະນາຢ່າງກ້າວກະໂດດ. ສ່ວນຕົວຂ້າພະເຈົ້າ ມີຄວາມພາກພູມໃຈຫຼາຍ, ເຊິ່ງມັນສະທ້ອນໃຫ້ເຫັນເຖິງການຍຶດໝັ້ນລັດທິສັງຄົມນິຍົມ ແລະ ປະຕິບັດຈົນໄດ້ຮັບຜົນສໍາເລັດຢ່າງເປັນພື້ນຖານ. ສິ່ງທີ່ປະທັບໃຈອີກອັນໜຶ່ງ ກໍ່ແມ່ນການສ້າງສັງຄົມນິຍົມຕາມສີສັນພິເສດຂອງຈີນກໍເປັນອີກຮູບການໜຶ່ງ ໃນການສ້າງສາພັດທະນາຂອງ ສປ ຈີນ. ຂ້າພະເຈົ້າ ມີຄວາມເຊື່ອໝັ້ນວ່າ ຜົນສຳເລັດທີ່ຍາດມາໄດ້ນັ້ນ ໄດ້ຮັບການສະໜັບສະໜູນຢ່າງກວ້າງຂວາງຈາກ ປະຊາຊົນບັນດາເຜົ່າ ລວມທັງ ເພື່ອນມິດສາກົນ ອັນນີ້ສະແດງໃຫ້ເຫັນວ່າ ພັກກອມມູນິດຈີນ ໄດ້ປະຕິບັດຕາມອຸດົມການທີ່ຖືກຕ້ອງ ແລະ ພັກກອມມູນິດຈີນຈະສືບຕໍ່ຍາດໄດ້ໄຊຊະນະຕະຫຼອດໄປ.

ສະຫາຍ ທອງສະຫວັນ ພົມວິຫານ ກ່າວຕື່ມວ່າ: ຜົນສໍາເລັດຂອງພັກກອມມູນິດຈີນ ມີຄວາມສໍາຄັນຕໍ່ພື້ນຖານບົດບາດຂອງບັນດາພັກການເມືອງ, ໃນນັ້ນ, ຄໍາເຫັນຂອງສະຫາຍເລຂາທິການໃຫຍ່, ປະທານປະເທດ ສີຈິິ້ນຜິງ ໃນ 2017 ນັ້ນ, ໄດ້ເປັນແນວຄິດລິເລີ່ມອັນໜຶ່ງໃນການສ້າງຄວາມເຂັ້ມແຂງໃຫ້ກໍາລັງການເມືອງໃນໂລກນີ້ ແລະ ຍັງເປັນຂໍ້ລິເລີ່ມໃໝ່ໃນການສ້າງປະຊາຄົມຄູ່ຮວມຊະຕາກໍາມວນມະນຸດ, ເຊິ່ງເປັນທັດສະນະທີ່ເບິ່ງກວ້າງເຫັນໄກຫຼາຍ, ຂ້າພະເຈົ້າຂໍຕີລາຄາວ່າ ນີ້ແມ່ນຄວາມປາດຖະໜາ ທີ່ຢາກໃຫ້ມວນມະນຸດພັດທະນາຮ່ວມກັນ, ຫຼີກເວັ້ນການປະທະກັນ. ສ່ວນສະພາບການໂລກໃນປັດຈຸບັນນີ້, ດັ່ງທີ່ເຮົາຮູ້ກັນວ່າ ມີຄວາມສະຫລັບຊັບຊ້ອນຫຼາຍ, ຄາດຄະເນໄດ້ຍາກ ແລະ ມີບັນຫາທ້າທ້າຍຕໍ່ການພັດທະນາ, ສັນຕິພາບ ແລະ ຄວາມໝັ້ນຄົງ. ນອກຈາກບັນຫາທີ່ມະນຸດສ້າງຂຶ້ນແລ້ວ ກໍ່ຍັງມີໄພທໍາມະຊາດ ທີ່ເປັນບັນຫາສໍາຄັນຫຼາຍຕໍ່ບົດບາດຂອງພັກການເມືອງຂອງໂລກ. ສະນັ້ນ, ພວກເຮົາຕ້ອງຮ່ວມກັນປົກປັກຮັກສາ ແລະ ຮ່ວມກັນພັດທະນາ. ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍທີ່ພັກກອມມູນິດຈີນ ໄດ້ຈັດຫຼາຍກອງປະຊຸມໃນລະດັບຫຼາຍຝ່າຍຮ່ວມກັບບັນດາພັກການເມືອງໃນຂອບພາກພື້ນ ແລະ ສາກົນ ນີ້ກໍ່ສະແດງເຖິງການເຕົ້າໂຮມຄວາມສາມັກຄີກັນ ແລະ ເຮັດໃຫ້ບົດບາດຂອງພັກກອມມູນິດຈີນໄດ້ຮັບການຍົກສູງຂຶ້ນ, ໂດຍສະເພາະແມ່ນແນວທາງການສ້າງສັງຄົມນິຍົມທີ່ມີລັກສະນະສີສັນພິເສດຂອງຈີນໄດ້ຮັບຜົນສໍາເລັດ. ເວົ້າລວມກໍ່ແມ່ນຄວາມສໍາເລັດຂອງເປົ້າໝາຍ 100 ປີເຫດການທີໜຶ່ງ ທີ່ພັກກອມມູນິດຈີນໄດ້ກຳນົດໄວ້.

ຕໍ່ຜົນສຳເລັດ ຂອງ ສປ ຈີນ ໃນການຕ້ານກັບໂຄວິດ-19 ທີ່ລະບາດຂຶ້ນ ໃນປີ 2019 ຜ່ານມາ,ສະຫາຍ ທອງສະຫວັນ ພົມວິຫານ ໄດ້ກ່າວວ່າ: ທົ່ວໂລກເຫັນວ່າ ຈີນ ສາມາດຄວບຄຸມໄດ້, ໃນຂະນະທີ່ຫຼາຍປະເທດຍັງມີການລະບາດຢູ່ ແລະໃຜກໍ່ຮັບຮູ້ວ່າຈີນມີພົນລະເມືອງຫຼາຍກວ່າໝູ່, ລະບາດຂຶ້ນກ່ອນໝູ່ ແລະ ໃນໄລຍະເວລາບຸນຕື່ມອີກ, ອັນນີ້ແມ່ນຄວາມຫຍຸ້ງຍາກທີ່ສຸດໃນການຄວບຄຸມການແຜ່ລະບາດຂອງພະຍາດ. ແຕ່ດ້ວຍຄວາມຕັດສິນໃຈຢ່າງເດັດດ່ຽວຈາກການນໍາພາຂອງພັກກອມມູນິດຈີນ ອັນມີ ສະຫາຍ ສີຈິ້ນຜິງ ເປັນແກນນໍາ ແລະ ໄດ້ຮັບການປະກອບສ່ວນຂອງປະຊາຊົນທຸກຊັ້ນຄົນ, ພະນັກງານ, ທະຫານ, ຕໍາຫຼວດຢ່າງແຂງແຮງປຽບເໝືອນດັ່ງການປະຈັນບານໃນສະໜາມຮົບໜຶ່ງ, ສປ ຈີນ ສາມາດເອົາຊະນະກັບພະຍາດດັ່ງກ່າວນັ້ນໄດ້. ຜົນສຳເລັດດັ່ງກ່າວ, ຫຼາຍປະເທດໄດ້ຖອດເອົາບົດຮຽນຂອງຈີນ ຊຶ່ງຖືວ່າມີຄວາມເຂັ້ມງວດແທ້ໃນການຕໍ່ສູ້, ອັນນີ້ສະແດງເຖິງຄວາມເປັນປຶກແຜ່ນຂອງພັກກອມມູນິດຈີນ ຢູ່ອ້ອມຂ້າງພັກທີ່ມີສະຫາຍ ສີຈິ້ນຜິງ ເປັນແກນນຳ.

ຕໍ່ບັນຫາລັດທິຫຼາຍຝ່າຍ, ສະຫາຍ ທອງສະຫວັນ ພົມວິຫານ ກ່າວວ່າ: ອັນນີ້ກໍເປັນທ່າອ່ຽງລວມ  ເພາະວ່າສະໄໝໂລກສອງຂົ້ວ ຫຼືວ່າ ໂລກຂົ້ວດຽວ ຖືວ່າໝົດໄປແລ້ວ, ຍ້ອນວ່າລັດທິຫຼາຍຝ່າຍໄດ້ກາຍເປັນທິດທາງທີ່ຫຼາຍປະເທດສະແດງຄວາມເຫັນດີ ແລະ ສ່ວນໃຫຍ່ແມ່ນໃຫ້ການສະໜັບສະໜູນ, ເຊິ່ງນໍາເອົາຜົນປະໂຫຍດໃຫ້ໂລກຫຼາຍກວ່າລັດທິຝ່າຍດຽວ. ອາດເວົ້າໄດ້ວ່າ ນີ້ແມ່ນສັດຈະທຳຂອງລັດທິຫລາຍຝ່າຍ.

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ພັກ ປປ ລາວ ໃຫ້ທັດສະນະວ່າ : ພັກກອມມູນິດຈີນໄດ້ປະຕິບັດອຸດົມການທີ່ຖືກຕ້ອງ ແລະ ຈະສືບຕໍ່ຍາດໄດ້ໄຊຊະນະຕະຫຼອດໄປ_fororder_2222

ກ່ຽວກັບການພົວພັນພັນ ລະຫວ່າງ ພັກປະຊາຊາຊົນ ປະຕິວັດລາວ ແລະ ພັກກອມມູນິດຈີິນ,ສະຫາຍ ທອງສະຫວັນ ພົມວິຫານ ໄດ້ກ່າວວ່າ: ການພົວພັນສອງຝ່າຍມີຄວາມສໍາຄັນຫຼາຍ, ນັບແຕ່ໄລຍະຜ່ານມາຈົນເຖິງປັດຈຸບັນ. ອັນທີ່ພົ້ນເດັ່ນທີ່ສຸດ ກໍແມ່ນການສ້າງຄູ່ຮ່ວມຊະຕາກໍາສັງຄົມນິຍົມ ລາວ-ຈີນ,ຈີນ-ລາວ, ເຊິ່ງຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຮັບຜິດຊອບໂດຍກົງໃນການປະສານງານ, ຊຸກຍູ້ ແລະ ຈັດຕັ້ງແຜນແມ່ບົດດັ່ງກ່າວ. ການຈັດຕັ້ງຜັນຂະຫຍາຍແຜນແມ່ບົດດັ່ງກ່າວ ແມ່ນມີຄວາມໝາຍຢ່າງຮອບດ້ານ ຕໍ່ສອງປະເທດ ເພື່ອສົ່ງເສີມໃຫ້ສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ໄດ້ມີການພົວພັນ ແລກປ່ຽນກັນໃນທຸກລະດັບ, ທຸກຂົງເຂດວຽກງານ ແລະ ເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນ. ໃນແຜນແມ່ບົດດັ່ງກ່າວ ແມ່ນຖືເອົາດ້ານການເມືອງເປັນພື້ນຖານ, ດ້ານເສດຖະກິດເປັນໃຈກາງ ແລະ ດ້ານວັດທະນະທໍາ-ສັງຄົມ ເພື່ອສົ່ງເສີມການໄປມາຫາສູ່, ການທ່ອງທ່ຽວ ແລະອື່ນໆ. ນອກນັ້ນ, ໃນດ້ານຄວາມໝັ້ນຄົງ ເປັນຕົວຊີ້ບອກເຖິງສະຖຽນລະພາບ ແລະ ການເສີມຂະຫຍາຍການຮ່ວມມືລະຫວ່າງສອງປະເທດ. ສະຫາຍ ທອງສະຫວັນ ພົມວິຫານ ກ່າວຕື່ມວ່າ: ການສ້າງແຜນແມ່ບົດຄູ່ຮ່ວມຊະຕາກໍາ ລາວ-ຈີນ,ຈີນ-ລາວ ໄດ້ເປັນຂີດໝາຍສໍາຄັນທາງດ້ານປະຫວັດສາດການພົວພັນສູງສຸດ ລະຫວ່າງ ສອງພັກ, ສອງລັດ ກໍຄືປະຊາຊົນສອງຊາດ. ການພົວພັນ ລາວ ແລະ ຈີນ ໄດ້ປະກອບສ່ວນສຳຄັນເຂົ້າໃນການຈັດຕັ້ງປະຕິບັດຂໍ້ລິເລີ່ມ “ໜຶຶ່ງແລວ ໜຶຶ່ງເສັ້ນທາງ”. ນອກນັ້ນ,ໄລຍະຜ່ານມາ ການພົວພັນ ລາວ ແລະ ຈີນ ແມ່ນມີມູນເຊື້ອອັນດີງາມມາແຕ່ດົນນານແລ້ວ ນັບແຕ່ສະໄໝຕໍ່ສູ້ປົດປ່ອຍຊາດ ຈົນເຖິງສະໄໝປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນຍຸກປັດຈຸບັນນີ້ ຖືວ່າການພົວພັນຂອງສອງປະເທດ ໄດ້ສືບຕໍ່ພັດທະນາເປັນກ້າວໆມາ, ໂດຍສະເພາະນັບແຕ່ການຍົກລະດັບຄູ່ຮ່ວມຍຸດທະສາດ ໝັ້ນຄົງຍາວນານ ຕາມທິດ 4 ດີ ຈົນກ້າວມາເຖິງການສ້າງຄູ່ຮ່ວມຊະຕາກໍາ ລາວ-ຈີນ, ນີ້ສະແດງເຖິງການພົວພັນ ລະຫວ່າງ ລາວ-ຈີນ ໄດ້ກ້າວຂຶ້ນສູ່ລະດັບສູງຂຶ້ນເລື້ອຍໆ. ໃນນັ້ນ,ໄດ້ສະແດງອອກໃນການແລກປ່ຽນການພົວພັນກັນນັບແຕ່ຂັ້ນສູນກາງ ລົງຮອດທ້ອງຖິ່ນໄດ້ດຳເນີນໄປຢ່າງເປັນປົກກະຕິ. ສະເພາະໃນໄລຍະລະບາດຂອງໂຄວິດ-19 ກໍ່ມີຄວາມຫຍຸ້ງຍາກໃນການພົວພັນ ແຕ່ພວກເຮົາໄດ້ມີການແລກປ່ຽນໃນຮູບແບບໃໝ່ ເປັນຕົ້ນແມ່ນ ການສົນທະນາທາງໄກ ລະຫວ່າງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ກັບ ສະຫາຍ ສີຈິ້ນຜິງ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ, ເຊິ່ງເປັນຮູບການໜຶ່ງທີ່ເປັນການຮັກສາການຕິດຕໍ່ພົວພັນທີ່ດີນໍາກັນ ພິເສດໃນໂອກາດລົມສາຍການນຳສູງສຸດຂອງສອງປະເທດ ໄດ້ປະກາດເອົາປີ 2021 ເປັນປີມິດຕະພາບ ລາວ-ຈີນ ໃນໂອກາດ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ.  ຍ້ອນວ່າ ລາວກັບຈີນ ມີມູນເຊື້ອສາຍພົວພັນອັນດີງາມມາແຕ່ດົນນານແລ້ວ ແລະ ທັງເປັນປະເທດບ້ານໃກ້ເຮືອນຄຽງທີ່ມີສາຍພູຜາແມ່ນໍ້າຕິດຈອດກັນ, ປະຊາຊົນກໍມີວັດທະນະທໍາ ແລະ ການດໍາລົງຊີວິດຄ້າຍຄືກັນ. ຂ້າພະເຈົ້າ ຖືວ່າຜົນສໍາເລັດຂອງການສ້າງສາພັດທະນາສັງຄົມນິຍົມຕາມສີສັນຂອງຈີນ ໄດ້ເປັນບົດຮຽນ ແລະ ເປັນກໍາລັງໃຈໃນການສ້າງສາພັດທະນາຕາມທິດສັງຄົມນິຍົມຢູ່ລາວ.

ອີກເທື່ອໜຶ່ງ, ຂ້າພະເຈົ້າກໍຂໍຕາງໜ້າ ພັກ, ລັດ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ພັກກອມມູນິດຈີນ ທີ່ໄດ້ໃຫ້ການຊ່ວຍເຫຼືອຢາວັກແຊັງ, ອຸປະກອນການແພດ, ລວມທັງການສົ່ງທີມແພດມາຊ່ວຍເຫຼືອ ສປປ ລາວ ໃນໄລຍະໂຄວິດ-19 ລະບາດໃນຄັ້ງທີໜຶ່ງ ກໍຄື ຄັ້ງທີ 2 ມາເຖິງປັດຈຸບັນ ສະຫາຍຈີນກໍໄດ້ຊ່ວຍເຫຼືອຢາວັກແຊັງ ໃຫ້ແກ່ລາວ ເກືອບ 2 ລ້ານຫຼອດ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ການສະໜັບສະໜູນຊ່ວຍເຫຼືອດັ່ງກ່າວນີ້ ເປັນການປະກອບສ່ວນເຂົ້າໃນການເສີມສ້າງຄວາມສາມັກຄີ ແລະ ການພົວພັນລະຫວ່າງ ສອງພັກ, ສອງລັດ ກໍຄື ປະຊາຊົນສອງປະເທດ. ພວກຂ້າພະເຈົ້າ ຕີລາຄາສູງຕໍ່ການຊ່ວຍເຫຼືອໃນການຕ້ານສະກັດກັ້ນໂຄວິດ-19 ຢູ່ລາວ ແລະ ສະຫາຍຈີນຍັງໄດ້ໃຫ້ການຊ່ວຍເຫຼືອແກ່ຫຼາຍປະເທດ,  ອັນນີ້ກໍເປັນຜົນສຳເລັດໃຫຍ່ອັນໜຶ່ງຂອງການແພດຈີນ, ນອກນັ້ນຍັງເປັນຜົນສຳເລັດຂອງການຊ່ວຍເຫຼືອເຊິ່ງກັນ ແລະກັນ ໃນເວລາເພື່ອນມິດສະຫາຍຕົກທຸກໄດ້ຍາກຕື່ມອີກ. ຕອນທ້າຍຂອງການສຳພາດ. ເນື່ອງໃນໂອກາດວັນສ້າງຕັ້ງພັກກອມມູນິດຈີນຄົບຮອບ100ປີ, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຂໍ່ານັບຊົມເຊີຍ ແລະ ອວຍພອນໃຫ້ພັກກອມມຸນິດຈີນ ໂດຍມີສະຫາຍ ສີຈິ້ນຜິງ ເປັນແກນນຳ ຈົ່ງສືບຕໍ່ປະສົບຜົນສຳເລັດໃນການຊີ້ນຳ ແລະ ນຳພາ, ປະຕິບັດພາລະກຳທີ່ຕົນວາງໄວ້, ກໍຄືປະຊາຊົນໄດ້ມອບໝາຍໃຫ້, ໃນນັ້ນກໍແມ່ນການບັນລຸຄວາມຝັນຂອງພັກກອມມູນິດຈີນທີ່ໄດ້ກຳນົດໄວ້ໃຫ້ສຳເລັດຜົນ.