ນະ​ຄອນຫຼວງ​ບາງກອກ​ຂອງ​ໄທ​ປາ​ກົດ​ມີ​ເຊື້ອ​ພະ​ຍາດ​ໂຄວິດ-19 ​ກາຍ​ພັນ 3 ຊະ​ນິດ

CRI, July 2, 2021
Size:

ວັນທີ 27 ມິຖຸນານີ້, ເຈົ້າໜ້າທີ່ກະຊວງສາທາລະນະສຸກໄທເປີດເຜີຍວ່າ: ເຊື້ອພະຍາດກາຍພັນເບຕາໄດ້ແຜ່ລະບາດຈາກແຂວງນະລາທິວາດ ທາງພາກໃຕ້ຂອງໄທມາຮອດນະຄອນຫຼວງບາງກອກແລ້ວ, ປັດຈຸບັນນີ້, ມີຜູ້ຖືກບົ່ງມະຕິເປັນພະຍາດດັ່ງກ່າວ 1 ກໍລະນີ ແລະ ຈະເປີດເຜີຍລາຍລະອຽດໃນໄວໆນີ້.

ກ່ອນໜ້ານີ້, ເຊື້ອພະຍາດອານຟາ, ເຊື້ອພະຍາດເດວຕາ ກໍໄດ້ແຜ່ລະບາດຢູ່ນະຄອນຫຼວງບາງກອກ ແລະ ຫຼາຍທ້ອງຖິ່ນໃນທົ່ວປະເທດໄທແລ້ວ. ໃນນັ້ນ, ເຊື້ອພະຍາດກາຍພັນເດວຕາໄດ້ແຜ່ລະບາດຕາມສະຖານທີ່ກໍ່ສ້າງ ທີ່ມີແຮງງານຕ່າງປະເທດເປັນຈຳນວນຫຼວງຫຼາຍຢູ່ນະຄອນຫຼວງບາງກອກ ແລະ ໄດ້ແຜ່ລະບາດໄປເຂດອື່ນໆ ຍ້ອນການເຄື່ອນຍ້າຍຂອງແຮງງານຢ່າງວ່ອງໄວ. ເພື່ອສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດ, ວັນທີ 26 ມິຖຸນານີ້, ລັດຖະບານໄທໄດ້ອອກຄຳສັ່ງສຸກເສີນ ໂດຍສັ່ງໃຫ້ສະຖານທີ່ກໍ່ສ້າງຢູ່ນະຄອນຫຼວງບາງກອກ ແລະ ເຂດໃກ້ຄຽງ ທີ່ມີສະພາບການແຜ່ລະບາດຂອງພະຍາດທີ່ໜັກໜ່ວງຢຸດເຮັດວຽກໂດຍດ່ວນ ພ້ອມທັງໄດ້ປິດສະຖານທີ່ກໍ່ສ້າງເຫຼົ່ານີ້ ແລະ ຫ້າມບໍ່ໃຫ້ແຮງງານເຄື່ອນຍ້າຍໄປບ່ອນອື່ນ.