ທ່ານ​ສີ​ຈິ້ນ​ຜິງ​ໄດ້​ສົ່ງ​ສານ​ອ​ວຍ​ພອນໄປ​ຍັງ​ທ່ານ​ຮຸນ​ເຊັນ ເນື່ອງ​ໃນ​ໂອ​ກາດວັນ​ສ້າງ​ຕັ້ງ​ພັກ​ປະ​ຊາ​ຊົນ​ກຳ​ປູ​ເຈຍ​ຄົບ​ຮອບ 70 ປີ

CRI, July 2, 2021
Size:

ວັນທີ 28 ມິຖຸນານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ສົ່ງສານອວຍພອນໄປຍັງທ່ານຮຸນເຊັນ ປະທານພັກປະຊາຊົນກຳປູເຈຍ ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນກຳປູເຈຍຄົບຮອບ 70 ປີ.

ໃນສານຂອງທ່ານສີຈິ້ນຜິງລະບຸວ່າ: ເປັນເວລາດົນນານມາແລ້ວ, ພັກປະຊາຊົນກຳປູເຈຍໄດ້ສາມັກຄີ ແລະ ນຳພາປະຊາຊົນກຳປູເຈຍ ສຸມໃສ່ພາລະກິດສ້າງສາແລະພັດທະນາປະເທດຕົນ, ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເພື່ອຊຸກຍູ້ການສ້າງສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ. ຈີນຈະເຮັດຄືກັນກັບເມື່ອກ່ອນໃນການສະໜັບສະໜູນກຳປູເຈຍເດີນຕາມເສັ້ນທາງການພັດທະນາທີ່ສອດຄ່ອງກັບສະພາບຄວາມເປັນຈິງຂອງປະເທດກຳປູເຈຍ, ເຊື່ອວ່າພາຍໃຕ້ການນຳພາອັນຖືກຕ້ອງຂອງທ່ານປະທານ, ພັກປະຊາຊົນກຳປູເຈຍຈະສືບຕໍ່ປະກອບສ່ວນຫຼາຍກວ່າເກົ່າ ເພື່ອສ້າງຄວາມຈະເລີນຮຸ່ງເຮືອງຂອງປະເທດກຳປູເຈຍ ແລະ ຄວາມຜາສຸກໃຫ້ກັບປະຊາຊົນກຳປູເຈຍ ກໍຄືການປົກປັກຮັກສາສັນຕິພາບແລະການພັດທະນາຂອງພາກພື້ນ.

ທ່ານສີຈິ້ນຜິງກ່າວເນັ້ນວ່າ: ຈີນແລະກຳປູເຈຍແມ່ນປະເທດເພື່ອນມິດທີ່ຈິງໃຈຕໍ່ກັນ ແລະ ເປັນຄູ່ຮ່ວມຊາຕາກຳ, ພັກກອມມູນິດຈີນໄດ້ເອົາໃຈໃສ່ຢ່າງສູງຕໍ່ມິດຕະພາບ ແລະ ການຮ່ວມມືກັບພັກປະຊາຊົນກຳປູເຈຍ, ຍິນດີເພີ່ມທະວີການຊີ້ນຳນຳພາສາຍພົວພັນລະຫວ່າງສອງພັກແລະສອງລັດທາງດ້ານການເມືອງ, ລົງເລິກການແລກປ່ຽນແລະຮ່ວມມືລະຫວ່າງພັກ ແລະ ຂົງເຂດອື່ນໆ, ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ກຳປູເຈຍ ເພື່ອສ້າງຄວາມຜາສຸກໃຫ້ແກ່ສອງປະເທດ ກໍຄື ປະຊາຊົນສອງຊາດ.