ພິທີມອບ-ຮັບໂຄງການສາທິດນໍ້າດື່ມການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງຢູ່ບ້ານຫາດຄີບ ປະເທດລາວ ໄດ້ສຳເລັດຜົນໄປດ້ວຍດີ

lmcchina.org, June 25, 2021
Size:

ໃນເດືອນ ມິຖຸນາ ອາກາດຢູ່ຫຼວງພະບາງຮ້ອນ ແລະ ອົບເອົ້າ, ຝົນຕົກເລື້ອຍໆ. ໄລຍະນີ້ຂອງແຕ່ລະປີຜ່ານມາ, ຄອບຄົວຂອງ ທ.ສຸລະພອນ ທີ່ອາໄສຢູ່ບ້ານຫາດຄີບ, ເມືອງງອຍ ຍາມໃດກໍອຸກໃຈຍ້ອນບັນຫານໍ້າດື່ມນໍ້າໃຊ້. ລາວເວົ້າວ່າ: ພວກເຮົາຕ້ອງໄດ້ຊື້ນໍ້າດື່ມເປັນຕຸກມາກິນມາໃຊ້, ຕຸກລະ 6.000 ກີບ (ປະມານ 5 ຢວນຈີນ). ເມື່ອພົບອາກາດຮ້ອນຫຼາຍ ເດືອນໜຶ່ງຕ້ອງການນໍ້າຫຼາຍກວ່າ 20 ຕຸກ. ເວົ້າສໍາລັບຜູ້ທີ່ທໍາມາຫາກິນດ້ວຍການຫາປາລຽບຕາມນໍ້າອູ ຄືກັບ ທ.ສຸລະພອນ ນັ້ນ, ການດື່ມນໍ້າ ຖືວ່າເປັນຄ່າໃຊ້ຈ່າຍຈໍານວນຫຼາຍສົມຄວນ.

ເມື່ອບໍ່ດົນຜ່ານມາ, ລະບົບກັ່ນຕອງນໍ້າສະອາດທີ່ສ້າງຂຶ້ນໃໝ່ຢູ່ໃນບ້ານຫາດຄີບໄດ້ເລີ່ມນໍາໃຊ້ແລ້ວ ແລະ ສາມາດຜະລິດນໍ້າດື່ມ 15 ໂຕນຕໍ່ມື້, ເຊິ່ງໄດ້ແກ້ໄຂຄວາມຫຍຸ້ງຍາກໃນການສະໜອງນໍ້າດື່ມທີ່ຄົງຄ້າງມາແຕ່ດົນນີ້ໄດ້ແລ້ວ. ປັດຈຸບັນນີ້, ທ.ສຸລະພອນ ໃຊ້ເວລາພຽງແຕ່ 2 ນາທີກໍຮອດຈຸດສະໜອງນໍ້າ, ພໍແຕ່ເປີດກ໊ອກນໍ້າກໍສາມາດດື່ມນໍ້າສະອາດທີ່ໄດ້ຜ່ານການກັ່ນຕອງແລ້ວ. ລາວເວົ້າວ່າ: ພວກເຮົາບໍ່ຕ້ອງຊື້ນໍ້າດື່ມອີກແລ້ວ, ນໍ້າທີ່ເຮົາກິນນີ້ ປອດໄພດີ ແລະ ຮັບປະກັນໄດ້, ພວກເຮົາໄດ້ຫຼຸດພົ້ນອອກຈາກເວລາຂອງການໃຊ້ນໍ້າແພງ ແລະ ໃຊ້ນໍ້າທີ່ບໍ່ສະອາດ ທ.ສຸລະພອນ ເວົ້າດ້ວຍຄວາມດີໃຈ.

ການແກ້ໄຂບັນຫານໍ້າດື່ມໃຫ້ແກ່ປະຊາຊົນບ້ານຫາດຄີບ ກໍແມ່ນນອນໃນໂຄງການສະໜອງນໍ້າດື່ມສະອາດໃນຂອບ ແຜນປະຕິບັດງານນໍ້າສະອາດ LM —— ໂຄງການສາທິດຂອງການສະໜອງ ນໍ້າດື່ມຢູ່ຊົນນະບົດທີ່ປອດໄພ ແລະ ຮັບປະກັນໃຫ້ແກ່ບັນດາປະເທດ LMຂອງກອງທຶນພິເສດການຮ່ວມມື LM (ເອີ້ນຫຍໍ້ວ່າ ໂຄງການສາທິດນໍ້າດື່ມການຮ່ວມມື LM). ໂຄງການນີ້ໄດ້ຮັບການອຸປະຖໍາຊ່ວຍເຫຼືອຈາກລັດຖະບານຈີນ, ໂດຍຜ່ານການສົ່ງເສີມດ້ານເຕັກນິກ ແລະ ການເຮັດສາທິດຢູ່ ສາມປະເທດກໍາປູເຈຍ, ລາວ ແລະ ມຽນມາ ເພື່ອຍົກສູງຄວາມສາມາດໃນການກໍ່ສ້າງ ແລະ ຄຸ້ມຄອງໂຄງການສະໜອງນໍ້າຢູ່ຊົນນະບົດ, ທັງເປັນການແບ່ງປັນບົດຮຽນ ແລະ  ການສະໜັບສະໜູນດ້ານເຕັກໂນໂລຢີ ໃຫ້ແກ່ວຽກງານກ່ຽວກັບຄວາມປອດໄພຂອງການສະໜອງນໍ້າໃນຊົນນະບົດຂອງພາກພື້ນ LM.

ບ້ານຫາດຄີບ ຕັ້ງຢູ່ເຂດຕອນໃຕ້ຂອງເຂື່ອນໄຟຟ້ານໍ້າອູ 2 ທີ່ກໍ່ສ້າງໂດຍກຸ່ມບໍລິສັດຜະລິດພະລັງໄຟຟ້າຈີນ (Power Construction Corporation of China), ເຊິ່ງເປັນໜຶ່ງໃນບັນດາຈຸດທົດລອງຂອງໂຄງການສາທິດນໍ້າດື່ມການຮ່ວມມື LM. ໃນເດືອນ ກຸມພາ ປີນີ້, ສອງປະເທດຈີນ-ລາວໄດ້ຜ່ານຜ່າຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ເລີ່ມຕົ້ນດໍາເນີນໂຄງການ, ໄດ້ປັບປຸງຈຸດແຫຼ່ງນ້ຳເກົ່າ ແລະ ທໍ່ສົ່ງນໍ້າ, ສ້າງແຫຼ່ງນໍ້າໃໝ່ໜຶ່ງຈຸດ ແລະ ທໍ່ສົ່ງນໍ້າສາຍໃໝ່ອັນໜຶ່ງ ພ້ອມທັງສ້າງໂຮງງານກັ່ນຕອງນໍ້າສະອາດແບບລວມສູນຂະໜາດໃຫຍ່ ແລະ ໄດ້ຕິດຕັ້ງອຸປະກອນກັ່ນຕອງນໍ້າບໍລິສຸດຂະໜາດນ້ອຍ 10 ຊຸດ ໃຫ້ແກ່ໂຮງຮຽນປະຖົມຂັ້ນບ້ານ 7 ແຫ່ງຢູ່ເຂດອ້ອມຂ້າງບ້ານຫາດຄີບ ແລະ ເຂື່ອນໄຟຟ້ານໍ້າອູ 2. ທ່ານ ຊົງຫຸ້ຍຫົງ ຜູ້ອໍານວຍການໃຫຍ່ ບໍລິສັດຜະລິດພະລັງໄຟຟ້າຈີນສາຂາລຸ່ມນໍ້າອູລາວ ໄດ້ກ່າວວ່າ: ຝ່າຍຈີນໄດ້ຈັດສັນກໍາລັງທີ່ມີຄວາມຮູ້ຄວາມສາມາດ, ຄວບຄຸມຂັ້ນຕອນການອອກແບບ, ການກໍ່ສ້າງ, ການກວດຮັບ ແລະ ການກວດກາ ສີ່ຂັ້ນຕອນຢ່າງເຂັ້ມງວດ, ເຊິ່ງຮັບປະກັນໃຫ້ໂຄງການນີ້ສາມາດເລີ່ມນໍາໃຊ້ໄດ້ກ່ອນເດືອນມິຖຸນາ ກໍຄື ກ່ອນລະດູຝົນມາຮອດ.

ທ່ານ ບຸນເມືອງ, ເຈົ້າເມືອງເມືອງງອຍ ກ່າວຍ້ອງວ່າ, ໂຄງການນໍ້າດື່ມດັ່ງກ່າວສາມາດຮັບປະກັນຄວາມປອດໄພຂອງການໃຊ້ນໍ້າໃຫ້ແກ່ປະຊາຊົນປະມານ 900 ຄົນ ແລະ ຄູອາຈານ-ນັກຮຽນ ປະມານ 1.000 ຄົນ ໃນບັນດາໂຮງຮຽນອ້ອມຂ້າງຢ່າງມີປະສິດທິຜົນ, ເຊິ່ງໄດ້ປະກອບສ່ວນເສີມສ້າງຄວາມຜາສຸກໃຫ້ແກ່ການດໍາລົງຊີວິດຂອງປະຊາຊົນໃນທ້ອງຖິ່ນຢ່າງຫຼວງຫຼາຍ.

 “ພວກເຮົາໄດ້ສໍາຜັດເຖິງການຊ່ວຍເຫຼືອຢ່າງແທ້ຈິງຂອງຝ່າຍຈີນ ທ່ານບຸນທອງ ນາຍບ້ານບ້ານຫາດຄີບ ກ່າວວ່າ: ບ້ານຂອງພວກຂ້າພະເຈົ້າແມ່ນບ້ານຈັດສັນໃໝ່ ທີ່ບໍລິສັດຜະລິດພະລັງໄຟຟ້າຈີນໄດ້ວາງແຜນກໍ່ສ້າງຢ່າງເປັນເອກະພາບ, ແຕ່ລະຄອບຄົວລ້ວນແຕ່ມີເຮືອນຮ້ານສອງຊັ້ນທີ່ສວຍງາມ, ພ້ອມທັງມີໂຮງຮຽນ, ສຸກສາລາ, ສະໂມສອນບ້ານ, ຕະຫຼາດ ແລະ ພື້ນຖານໂຄງລ່າງອື່ນໆຢ່າງຄົບຊຸດ. ປັດຈຸບັນນີ້ ຍັງໄດ້ເພີ່ມຈຸດດື່ມນໍ້າ ແລະ ລະບົບກັ່ນຕອງນໍ້າສະອາດໃຫ້ອີກຈໍານວນໜຶ່ງ ຊີວິດການເປັນຢູ່ຂອງພວກຂ້າພະເຈົ້ານັບມື້ນັບມີຄວາມສຸກ!